bankinginstitute@bibol.edu.la

(+856-21) 770 916

ຝຶກອົບຮົມຫົວຂໍ້: “ບາດກ້າວສຳຄັນຂອງ​ການຄົ້ນຄວ້າ​ວິ​ໄຈ”

  ໃນວັນທີ 19 ກໍລະກົດ 2019 ຜ່ານມາ ທີ່ສະຖາບັນການທະນາຄານ, ສູນຝຶກ​ອົບຮົມ ​ແລະຄົ້ນຄວ້າວິທະຍາສາດ ໄດ້ຈັດຊຸດສຳ​ມະ​ນາໄລຍະສັ້ນ ເປັນເວລາ 01 ວັນ ໃນຫົວຂໍ້: “ບາດກ້າວສຳຄັນຂອງ​ການຄົ້ນຄວ້າ​ວິ​ໄຈ” ຂຶ້ນ ໂດຍການຮ່ວມມືລະຫວ່າງ ສທຄ ແລະ ຄສບ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 09 ທ່ານ ແລະ ໃຫ້ກຽດໃນການເປີດຊຸດສຳມະນາຄັ້ງນີ້ໂດຍ ທ່ານ ວິໄລຄໍາ ປ້ອງພິມຄໍາ ຮອງຫົວໜ້າສະຖາບັນການທະນາຄານ ຜູ້ຊີ້ນໍາວຽກງານສູນຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາສາດ.

  ການສຳມະນາຄັ້ງນີ້ ໄດ້ຮັບກຽດມາບັນຍາຍໂດຍອາຈານຜູ້ຊ່ຽວຊານທາງດ້ານການຄົ້ນຄວ້າວິໄຈ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຄື: ທ່ານ ປອ. ບຸນມີ ອິນທະເກສອນ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ຄສບ ພ້ອມດ້ວຍຄະນະ ຄື: ທ່ານ ປທ. ສອນຊະນະ ມີໄຊບົວ ຫົວໜ້າໜ່ວຍງານຄົ້ນຄວ້າວິທະຍາສາດ ຄສບ.

  ບັນຍາກາດຂອງການຈັດສຳມະນາຄັ້ງນີ້ ໄດ້ດຳເນີນໄປຢ່າງເຂັ້ມຂຸ້ນທາງດ້ານວິຊາການ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ດ້ານການຄົ້ນຄວ້າວິໄຈໃຫ້ແກ່ພະນັກງານ, ຄູ-ອາຈານ ທີ່ເຂົ້າຮວ່ມ ໂດຍນັກ​ວິທະຍາກອນ​​ ທີ່​ມາ​ບັນຍາຍ​ໄດ້ລົງເລິກເຖິງຂັ້ນຕອນການກຳນົດຫົວຂໍ້, ບັນຫາຄວາມສຳຄັນໃນການເຮັດວິໄຈ, ວິທີການຄົ້ນຄວ້າວິໄຈ, ການນໍາໃຊ້ເຄື່ອງມືທາງການວິໄຈ ແລະ ການອະພິປາຍຜົນຂອງການວິໄຈ. ນອກຈາກນັ້ນ, ຍັງໄດ້ລົງເລິກເຖິງວິທີການຊອກແຫຼ່ງຂໍ້ມູນໃນການຄົ້ນຄວ້າຈາກເວບໄຊຕ່າງໆ​ ແລະ ແນະນໍາພາບລວມກ່ຽວກັບວິທີການສ້າງເອກະສານອ້າງອີງແບບໃຊ້ໂປຼແກຼມມາຊ່ວຍ ເຊິ່ງພາຍຫຼັງການບັນຍາຍໄດ້ສິ້ນສຸດລົງ ນັກສຳມະນາກອນທີ່ເຂົ້າຮ່ວມກໍ່ໄດ້ມີ​ການ​ສົນທະນາ​ແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ​ ກັນ ຢ່າງຟົດຟື້ນ ເຮັດໃຫ້ການຈັດສຳມະນາຄັ້ງນີ້ສິ້ນສຸດລົງຢ່າງຈົບງາມ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ