bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຝຶກອົບຮົມ ຫົວຂໍ້ “ ການບໍລິຫານຫ້ອງການ ”

 ສະຖາບັນການທະນາຄານໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້  “ ການບໍລິຫານຫ້ອງການ ”  ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາຄານທຸລະກິດ,  ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ  ແລະພະນັກງານຄູອາຈານ ສທຄ  ໃນວັນທີ 28-30 ສິງຫາ 2017  ໂດຍແມ່ນນັກວິທະຍາກອນທີ່ມີປະສົບການມາຈາກກະຊວງພາຍໃນ ແລະມີຜູ້ເຂົ້າຮ່ວມທັງໝົດ 37 ຄົນ ຍິງ 29 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້, ຄວາມສາມາດ  ເເລະເປັນແນວທາງໃຫ້ແກ່ພະນັກງານເປັນຕົ້ນແມ່ນ  ວຽກງານບໍລິຫານຫ້ອງການ, ວຽກງານເລຂານຸການ,  ການຮ່າງເອກະສານທາງການຕ່າງໆ   ລວມໄປເຖິງພາວະຂອງການເປັນຜູ້ນໍາ.  ນອກຈາກການຮັບຟັງບັນຍາຍ ແລະ ແລກປ່ຽນບົດຮຽນນຳນັກວິທະຍາກອນແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ  ແລະກັນດ້ວຍບັນຍາກາດທີ່ຟົດຟື້ນແລະ ໜ້າປະທັບໃຈ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ