bankinginstitute@bibol.edu.la

(+856-21) 770 916

ພິທີມອບລາງວັນທຶນການສຶກສາ ປະຈຳສົກຮຽນ 2013 – 2014

ພິທີ​ມອບ - ຮັບ ທຶນ​ການ​ສຶກສາ ປະຈຳ​ສົກຮຽນ 2013 – 2014 ຄັ້ງ​ວັນ​ທີ 10/12/2014 ໄດ້ຈັດຂື້ນທີ່ ສະຖາບັນການທະນາຄານ ຕຶກສະໂມສອນ ເປັນກຽດໃນການເຂົ້າຮ່ວມເປັນປະທານໃນຄັ້ງນີ້ໂດຍແມ່ນທ່ານ ອາຈານ ທ່ານ ວົງພະຈັນ ແສງສຸວັນ ຮອງເລຂາ ຄະນະພັກຮາກຖານ ຮອງຫົວໜ້າ ສະຖາບັນການທະນາຄານ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.  ພິທີດັ່ງກ່າວແມ່ນຈັດໂດຍ ພະແນກບໍລິຫານຫ້ອງການວິຊາການ ກ່ຽວ​ກັບ​ການ​​ມອບ - ຮັບ ທຶນ​ການ​ສຶກສາ ໃຫ້ແກ່ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ນອກນັ້ນພວກເຮົາຍັງສາມາດ​ເຫັນໄດ້​ວ່າຕະຫລອດ 2 ພາກຮຽນ​ຜ່ານ​ມາ​​ນັກ​ສຶກສາ​ສາມາດ​ຍາດ​ໄດ້ຜົນ​ງານ​ດ້ານ​ການ​ຮຽນດີ-ຮຽນເກັ່ງຫລາຍ​ພໍ​ສົມຄວນ  ສິ່ງ​ທັງ​ໝົດ​ນັ້ນ​ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຕັ້ງໃຈຄົ້ນຄ້ວາຮໍ່າຮຽນ​ຂອງ​ນັກ​ສຶກສາ, ການ​ສິດສອນຖ່າຍ​ທອດ​ຄວາມ​ຮູ້​ຂອງ​ຄູ​ - ອາຈານ ​ໃນ​ຕະຫລອດ​ສົກຮຽນ​ທີ່​ຜ່ານ​ມາ​.

ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ສົກຮຽນ 2013 – 2014 ​ເຫັນ​ວ່າ​ນັກ​ສຶກສາ​ໄດ້​ຮັບ​ທຶນ​ການ​ສຶກສາ​ທັງ​ໝົດ 137 ຄົນ ກວມ​ເອົາ 3,01% ຂອງ​ນັກ​ສຶກສາ​ທັງ​ໝົດ ຖືວ່າເປັນເປີເຊັນທີ່ໜ້ອຍຫຼາຍ, ຊຶ່ງ​ໃນ​ນັ້ນ ນັກ​ສຶກສາ​ທີ່​ຍາດ​ໄດ້​ຜົນງານ ຮຽນ​ດີ - ຮຽນ​ເກັ່ງ ປະ​ເພດ 1 ມີ​ຈຳນວນ 30 ຄົນ, ປະ​ເພດ 2 ມີ​ຈຳນວນ 107 ຄົນ.

ທຶນ​ການ​ສຶກສາ​ທີ່​ມອບ​ໃຫ້ນັກສຶກສາໃນ​ສົກ 2013-2014 ນີ້​ເປັນຈຳນວນເງິນ 37.500.00 ກີບ ຊຶ່ງ​ເປັນທຶນການ​ສຶກສາ​ພຽງ​ເລັກ​ນ້ອຍມອບ​ໃຫ້​ເພື່ອ​ເປັນການກະຕຸກ​ຊຸກຍູ້​, ສົ່ງ​ເສີມໃຫ້​ນັກ​ສຶກສາມີ​ຄວາມ​ບຸກບືນ, ຕັ້ງ​ໜ້າ​ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ໃຫ້ກາຍ​ເປັນ​ບຸກຄົນ​ທີ່​ດີ​ຂອງ​ສັງຄົມ.ໄປ​ຄຽງ​ຄູ່​ກັບ​ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ ບັນດາ​ນັກ​ສຶກສາ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງໄປຕາມ 5 ຫຼັກມູນຂອງການສຶກສາເຊັ່ນ: ປັນຍາສຶກສາ, ສີລະປະສຶກສາ, ກາຍະສຶກສາ, ຄຸນສົມບັດສຶກສາ ແລະ ແຮງງານສຶກສາ ເພື່ອໃຫ້ກາຍເປັນຊັບພະຍາກອນມະນຸດທີ່ດີໃນປະຈຸບັນກໍ່ຄືອະນາຄົດ.

ເຊິ່ງໃນພິທີດັ່ງກ່າວ ທ່ານ  ວົງພະຈັນ ແສງສຸວັນ ຮອງເລຂາ ຄະນະພັກຮາກຖານ ຮອງຫົວໜ້າ ສະຖາບັນການທະນາຄານ ຍັງໄດ້ໃຫ້ຄຳໂອວາດແກ່ນັກສຶກສາ ສະຖາບັນການທະນາຄານ ເຊິ່ງຄຳເວົ້າຂອງທ່ານແມ່ນສຸດທີ່ມີຄວາມໝາຍ ຄວາມສຳຄັນ ເຊິ່ງມັນເປັນເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວ ແລະ ການສຶກສາຮ່ຳຮຽນໃຫ້ແກ່ນັກສຶກສາ ບັນດາຄຳໂອວາດຂອງທ່ານແມ່ນຈະເປັນແນວທາງ ແລະ ມາດຖານວັດແທກທີ່ມີຄຸນຄ່າສູງ ໂດຍສະເພາະແມ່ນການປັບປຸງພັດທະນາແນວຄວາມຄິດ ແລະ ພຶດຕິກຳການເຄື່ອນໄຫວໃຫ້ຖືກຕ້ອງ ແລະ ເກີດຜົນເປັນຈິງ

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ