bankinginstitute@bibol.edu.la

(+856-21) 770 916

ຝຶກອົບຮົມ ຫົວຂໍ້ “ ເຕັກນິກການແກ້ໄຂໜີ້ທີ່ບໍ່ເກີດດອກອອກຜົນ NPLs ”

   ສະຖາບັນການທະນາຄານໄດ້ຈັດຝຶກອົບຮົມ  ຫົວຂໍ້ “ ເຕັກ​ນິກການ​ແກ້​ໄຂ​ໜີ້​ທີ່​ບໍ່​ເກີດ​ດອກ​ອອກ​ຜົນ NPLs ” ໃຫ້ແກ່ພະນັກງານ ທີ່ມາຈາກບັນດາທະນາຄານລັດ, ທະນາຄານທຸລະກິດຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູ-ອາຈານ ສທຄ ໃນວັນທີ 6-10 ສິງຫາ 2018  ເຊິ່ງບັນຍາຍໂດຍ ທ່ານ ອາຈານ ສົມເດັດ ເຊຕຸພົນ ຜູ້ທີ່ມີປະສົບການທາງດ້ານການປ່ອຍສິນເຊື່ອເພື່ອທຸລະກິດ SMEs SEAB.Co.,Ltd.(ປະເທດໄທ) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 36 ຄົນ ຍິງ 06 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ຄວາມ​ເຂົ້າ​ໃຈ​ໃນ​ຫຼັກ​ຂອງ​ການ​ແກ້​ໄຂ​ໜີ້ ​ແລະ​ເຕັກນິກ​ສະ​​ໄໝ​ຕ່າງໆ​ໃນ​ການ​ແກ້​ໄຂ​ໜີ້​ທີ່​ມີ​ບັນຫາ ສາມາດ​ພັດທະນາ​ທັກ​ສະການ​ແກ້​ໄຂ​ໜີ້, ການ​ຟື້ນ​ຟູ​ກິດຈະການ​ຂອງ​ລູກ​ຄ້າ​​ໄດ້,  ສະ​ຖາ​ບັນ​ກາ​ນ​ເງິນ ​ແລະ​ທະນາຄານ​ຕ່າງໆ ຈະ​ມີ​ບຸກຄະລາ​ກອນ​ທາງ​ດ້ານ​ການ​ແກ້​ໄຂ​ໜີ້​ທີ່​ມີ​ປະສິດທິພາບ​ຫຼາຍ​ຂື້ນ, ມີ​ທັດສະນະ​ຄະຕິ​ທີ່​ດີ​ໃນ​ການ​ແກ້​ໄຂ​ໜີ້ ​ແລະ​ສາມາດ​ດຳ​ເນີນ​ວຽກ​ງານ​ໄດ້​ຕາມ​ເປົ້າ​ໝາຍ​ຂອງ​ທະນາຄານ ຊ່ວຍ​ໃຫ້ທະນາຄານ​ບໍລິຫານ​ໜີ້​ໄດ້​ຢ່າງ​ມີ​ປະ​ສິດທິ​ພາບມີ​ຄວາມ​ສາມາດ​ໃນ​ການ​ສ້າງ​ກຳ​ໄລ​ໄດ້​ສູງ​ຂຶ້ນ,  ຜ່ານ​ການຮັບຟັງບັນຍາຍຂອງ​ນັກ​ວິທະຍາກອນ​ແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນຕະຫຼອດ​​ໄລຍະເວລາ 05 ວັນທີ່​ຝຶກ​ອົບຮົມ​ເຫັນ​ໄດ້​ວ່າບັນຍາກາດການຈັດ​ຝຶກ​ອົບຮົມ​ຄັ້ງ​ນີ້ມີ​ຄວາມຟົດຟື້ນ ແລະໜ້າປະທັບໃຈ.


ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ