bankinginstitute@bibol.edu.la

(+856-21) 770 916

ການເຝິກອົບຮົມຫົວຂໍ້

     ສະຖາບັນການທະນາຄານ ໄດ້ສຳເລັດຈັດເຝິກອົບຮົມ ໃຫ້ແກ່ ພະນັກງານ ທົ່ວລະ ບົບທະນາຄານ ໂດຍສະເພາະແມ່ນພະນັກງານການນຳ ແລະ ວິຊາການຈຳນວນໜຶ່ງ ໃນ ຫົວຂໍ້ "ຕະຫລາດການທະນາຄານ"ທີ່ ສະຖາບັນການທະນາຄານ ໃນວັນທີ່ 7-10/06/2010.
   ໃນການເຝິກອົບຮົມຄັ້ງນີ້ແມ່ນໄດ້ເຊີນອາຈານຜູ້ມີປະສົບການ ຈາກສະຖາບັນການທະນາຄານຫວຽດນາມຄື ຮອງສາດສະດາຈານ ດຣ ນາງ ຫງວຽນທິ້ງຫຽນ ແລະ ມີບັນດາຜູ້ເຂົ້າຮ່ວມມາຈາກຫລາຍພາກສ່ວນ ບໍ່ວ່າຈະເປັນທະນາຄານທຸລະກິດລັດ, ທະນາຄານຮຸ້ນສ່ວນ ແລະ ບັນດາພະນັກງານຄູ-ອາຈານ ຂອງ ສະຖາບັນການທະນາຄານ ເຊິ່ງ ລວມທັງໝົດ ມີ  65  ທ່ານທີ່ໄດ້ເຂົ້າຮ່ວມການເຝິກອົບຮົມຄັ້ງນີ້.  

         ຈຸດປະສົງຂອງການເຝິກອົບຮົມຄັ້ງນີ້ ແມ່ນເພື່ອ:
  • ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງຂັ້ນຜູ້ບໍລິຫານ, ຫົວໜ້າກົມ, ຮອງກົມ, ຫົວໜ້າສາຂາ, ຜູ້ອຳນວຍການທະນາຄານທຸລະກິດລັດ,ລັດຮ່ວມທຶນ.
  • ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນຕ່າງໆກ່ຽວກັບຕະຫຼາດການທະນາຄານ.
  • ຍົກສູງລະດັບ,ຄວາມຮັບຮູ້ກໍ່ຄືຄວາມສາມາດໃນການເຮັດວຽກຂອງພະນັກງານບໍລິການທະນາຄານ
  • ຍົກສູງພາບພົດ, ຄຸນນະພາບການບໍລິການຂອງພະນັກງານທະນາຄານໃຫ້ມີຄວາມເຂັ້ມແຂງ

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ