bankinginstitute@bibol.edu.la

(+856-21) 770 916

ສໍາ​ມະ​ນາ ຫົວຂໍ້ “ ຫຼັກວິຊາ​ຄູ ”

   ສະຖາບັນການທະນາຄານໄດ້ຈັດຊຸດສໍາ​ມະ​ນາ  ຫົວຂໍ້ “ ຫຼັກວິຊາ​ຄູ ” ພະນັກງານຄູ-ອາຈານ ສທຄ ໃນວັນທີ 13 ກັນຍາ 2018  ເຊິ່ງບັນຍາຍໂດຍ ທ່ານ ປທ ​ໄກສອນ ທານະ​ວັນ ​ແລະ​ທ່ານ ຄໍາ​ເຜີຍ ພິພັກຂະ​ວົງ ​ວິທະຍາກອນ​ຈາກ​ ຄະນະ​ສຶກສາ​ສາດ​ ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 51 ຄົນ ຍິງ 24 ຄົນ. ການຈັດສໍາ​ມະ​ນາໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ກ່ຽວກັບຫຼັກການທີ່ໃຊ້ໃນການສິດສອນ​ໃນ​ພາກ​ປະຕິບັດ​ຕົວ​ຈິງ​ຂອງ​ຄູ​ອາຈານ ສທຄ, ເຊິ່ງນຳໄປສູ່ການພັດທະນາການ​ຮຽນການ​ສອນ ໃນປະຈຸບັນ.  ນອກຈາກການຮັບຟັງບັນຍາຍ  ແລະແລກປ່ຽນບົດຮຽນນໍານັກວິທະຍາກອນແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະໜ້າປະທັບໃຈ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ