bankinginstitute@bibol.edu.la

(+856-21) 770 916

ສຳມະນາຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຫຼັກຊັບ

   ໃນ​ຕອນເຊົ້າຂອງສຸກ ​ທີ 22 ພຶດສະພາ ປີ 2009 ຜ່ານ​ມາ​ນີ້ ສະ​ຖາ​ບັນ​ການ​ທະນາຄານ ​ໄດ້​ຮ່ວມ​ກັບ ​​ຄະນະ​ຮັບຜິດຊອບ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ ​ໄດ້​ຈັດ​ສຳ​ມະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຕະຫຼາດ​ຫຼັກ​ຊັບ​ຂື້ນ ທີ່​ຫ້ອງປະຊຸມ​ຊັ້ນ 1 ຂອງ​ສະ​ຖາ​ບັນ​ການ​ທະນາຄານ ​ໂດຍ​ການ​ເປັນ​ປະທານ-ບັນ​ລະ​ຍາຍ​ໂດຍ​ ທ່ານ​ ເດ​ດພູ​ວັງ ມູລຣັຕນ໌ ຜູ້​ຊ່ວຍ​ຜູ້​ວ່າການທະນາຄານ​ແຫ່ງ ສປປ ລາວ, ຫົວໜ້າຄະນະ​ຮັບຜິດຊອບ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ ​​ ​ແລະ​ມີ​ພະນັກງານ-ນັກ​ສຶກສາ ຂອງ ສທຄ ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 40 ທ່ານ.

ໂດຍ​ຫົວ​ຂໍ​ທີ່​ນຳ​ມາ​ບັນ​ລະ​ຍາຍ​ຄັ້ງ​ນີ້​ປະກອບ​ມີ:

  • ສະພາບ​ເສດຖະກິດ​ຂອງ ສປປ ລາວ
  • ບົດ​ບາ​ດຂອງ​ຕະຫຼາດ​ທືນ ຕໍ່​ເສດຖະກິດ-ສັງຄົມ
  • ​ແຜນ​ດການ​ກະກຽ​ມສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​
  • ລະບຽບວ່າ​ດ້ວຍ​ການ​ອອກ​ຫຼັກ​ຊັບ​ວິ​ສາ​ຫະກິດ
ເອກະສານປະກອບການສໍາມະນາ

ປະມວນພາບຂອງການສໍາມະນາ

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ