ເພື່ອເປັນການສ້າງຂະບວນການຕ້ອນຮັບ, ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ່ IX ພັກປະຊາຊົນ ປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ່ XI ພັກຄອມມູນິດຫວຽດນາມ; ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 56ປີ ແລະວັນສ້າງຕັ້ງຊາວໜຸ່ມ ຄອມມູນິດໂຮ່ຈີມິນ.
ໃນຕອນບ່າຍຂອງ ວັນທີ 16 ພຶດສະພາ 2011 ທີ່ຫ້ອງປະຊຸມຊັ້ນ 3 ຫໍວັດທະນະທຳແຫ່ງຊາດ ສະມາຄົມມິດຕະພາບ ລາວ-ຫວຽດນາມຂັ້ນສູນກາງ, ສູນກາງຊາວໜຸ່ມ ສປປລາວ, ກະຊວງຖະແຫຼງຂ່າວ ແລະວັດທະນະທຳ ແລະ ສູນວັດທະນະທຳຫວຽດນາມປະຈຳລາວ ໃນນາມຄະນະຈັດຕັ້ງບັ້ນແຂ່ງຂັນອ່ານປື້ມບັນທຶກປະຈຳວັນ ດັ້ງຖຸຍເຈີມ ແລະ ຂຽນບົດສະແດງຄວາມຮູ້ສຶກໃນຫົວຂໍ້ “ ໄວໜຸ່ມກັບປະເທດຊາດ” ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມບັ້ນແຂ່ງຂັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງສີ ອິນທະພົນ ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ, ທ່ານຕະມິງເຈົາ ເອກະອັກຄະລັດຖະທູດຫວຽດນາມປະຈຳລາວ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ, ບັນດາຫົວໜ້າກົມ, ພະແນກ, ຜູ້ໃຫ້ການສະໜັບສະໜູນ, ແຂກຖືກເຊີນທັງລາວ ແລະ ຫວຽດນາມ ແລະ ຕາງໜ້າຊາວໜຸ່ມຈາກກະຊວງອົງການ, ສະຖາບັນການສຶກສາຕ່າງໆ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີທ່ານ ຮສຈ ດຣ. ສາຍຂອງ ສາຍນະສິນ ເລຂາທິການສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຫົວໜ້າຄະນະຈັດຕັ້ງບັ້ນແຂ່ງຂັນອ່ານປື້ມບັນທຶກປະຈຳວັນ ດັ້ງຖຸຍເຈີມ ໄດ້ຂຶ້ນຜ່ານບົດສະຫຼຸບ ຈຸດປະສົງຂອງການຈັດຕັ້ງບັ້ນແຂ່ງຂັນຄັ້ງນີ້ຂຶ້ນ ແມ່ນເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຄັ້ງທີ I ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ I (ວັນສ້າງຕັ້ງຊາວໜຸ່ມ ສປປລາວ ຄົບຮອບ 56 ປີ ແລະ ວັນສ້າງຕັ້ງຊາວໜຸ່ມກອງມູນິດໂຮ່ຈິມິນ ຄົບຮອບ 80 ປີ ແນໃສ່ສຶກສາອົບຮົມຄົນຮຸ່ນໜຸ່ມກ່ຽວກັບມູນເຊື້ອການປະຕິວັດເສີມສ້າງສາຍພົວພັນມິດຕະພາບລາວ-ຫວຽດນາມ ສົ່ງເສີມການອ່ານໃຫ້ແກ່ຄົນຮຸ່ນໜຸ່ມ.
ບັ້ນແຂ່ງຂັນຄັ້ງນີ້ໄດ້ເລີ່ມມາແຕ່ເດືອນມັງກອນ 2011 ເຊິ່ງມີພະນັກງານຊາວໜຸ່ມນັກສຶກສາເຂົ້າຮ່ວມທັງໝົດ 5.000 ຄົນ ແລະ ມາເຖິງທ້າຍເດືອນເມສາ 2011 ມີຈຳນວນບົດທີສົ່ງເຂົ້າຮ່ວມແຂ່ງຂັນຈຳນວນ 2.290 ບົດ (ໃນນີ້ແມ່ນ ບົດຂອງ ສະຖາບັນການທະນາຄານ ແມ່ນ 340 ບົດ ເທົ່າກັບ 15%) ໃນນັ້ນພາກສ່ວນຕ່າງໆທີ່ໄດ້ຄັດເລືອກເອົາບົດທີ່ດີເດັ່ນຈຳນວນ 229 ບົດ ສົ່ງໃຫ້ຄະນະຈັດຕັ້ງບັ້ນແຂ່ງຂັນເພື່ອຄັດເລືອກ ໂດຍມີການແຕ່ງຕັ້ງຄະນະກວດບົດ ແລະ ກຳນົດມາດຖານໃນການກວດບົດ ແລະ ໃຫ້ຄະແນນດ້ວຍ 4 ມາດຖານ ຫຼັງຈາກນັ້ນຄະນະກວດບົດ ແລະຄະນະຈັດຕັ້ງບັ້ນແຂ່ງຂັນໄດ້ຄັດເລືອກເອົາຜູ້ທີ່ມີບົດທີ່ດີ ເດັ່ນປະເພດຕ່າງໆເພື່ອມອບລາງວັນ ເຊິ່ງລາວວັນຄັ້ງນີ້ ແມ່ນມີຫຼາຍກວ່າ 30 ລາງວັນ ມີທັງລາງວັນລວມໝູ່ ແລະ ລາງວັນປະເພດບຸກຄົນ ເຊິ່ງລາງວັນສູງສຸດແມ່ນມີມູນຄ່າ 3 ລ້ານກີບ ແລະ ລາງວັນຕ່ຳສຸດແມ່ນລາງວັນຊົມເຊີຍ ເງິນສົດ 3 ແສນກີບ ໂທລະສັບມືຖື 1 ໜ່ວຍ ມູນຄ່າໂທ 1 ແສນກີບ.
ໃນນີ້ ນັກສຶກສາ ສະຖາບັນການທະນາຄານ ສາມາດຍາດໄດ້ 3 ລາງວັນຄື:
- ນາງ ອອນອານົງ ພົມມີໄຊ ຊາວໜຸ່ມ-ນັກສຶກສາ ຫ້ອງ BB109 ໄດ້ຮັບລາງວັນທີ 3 ໄດ້ຮັບເງິນສົດ ຈຳນວນ 1.000.000 ກີບ ໂທລະສັບມືຖື Sumo 1 ໜ່ວຍ ພ້ອມດ້ວຍຊີມທີ່ມີ ມູນຄ່າ 200.000 ກີບ ແລະໃບຍ້ອງຍໍ.
- ທ້າວ ວິແຊ່ມ ນວນສະບັບ ຊາວໜຸ່ມ-ນັກສຶກສາ ຫ້ອງ BB209 ໄດ້ຮັບລາງວັນຊົມເຊີຍ ໄດ້ຮັບເງິນສົດ ຈຳນວນ 300.000 ກີບ ໂທລະສັບມືຖື Sumo 1 ໜ່ວຍ ພ້ອມດ້ວຍຊີມທີ່ມີ ມູນຄ່າ 100.000 ກີບ ແລະໃບຍ້ອງຍໍ.
- ທ້າວ ບຸນມີ ໄຊປັນຍາສິດ ຊາວໜຸ່ມ-ນັກສຶກສາ ຫ້ອງ F409 ໄດ້ຮັບລາງວັນຊົມເຊີຍ ໄດ້ຮັບເງິນສົດ ຈຳນວນ 300.000 ກີບ ໂທລະສັບມືຖື Sumo 1 ໜ່ວຍ ພ້ອມດ້ວຍຊີມທີ່ມີ ມູນຄ່າ 100.000 ກີບ ແລະໃບຍ້ອງຍໍ.
ນອກນີ້ ສະຖາບັນການທະນາຄານຍັງໄດ້ຮັບລາງວັນ ພິເສດຈາກ ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄື:
- ຄະນະຊາວໜຸ່ມສະຖາບັນການທະນາຄານ ໄດ້ຮັບລາງວັນພາກສ່ວນທີ່ມີການເອົາ ໃຈໃສ່ຈັດຕັ້ງ ແລະການປຸກລະດົມ ຊາວໜຸ່ມ-ນັກສຶກສາ ແລະສົ່ງບົດເຂົ້າແຂ່ງຂັນ ຫຼາຍທີ່ສຸດ ເປັນເງິນສົດມູນຄ່າ 3.000.000 ກີບ.
- ທ່ານ ຫົວໜ້າ ສະຖາບັນການທະນາຄານ ໄດ້ຮັບລາງວັນສໍາລັບການ ນໍາ ທີ່ ເອົາໃຈໃສ່ຊີ້ນຳ ການຈັດຕັ້ງ ແລະການປຸກລະດົມ ຊາວໜຸ່ມ-ນັກສຶກສາເຂົ້າຮ່ວມ ການແຂ່ງຂັນຄັ້ງນີ້ ເປັນເງິນສົດມູນຄ່າ 1.000.000 ກີບ.