bankinginstitute@bibol.edu.la

(+856-21) 770 916

ກອງປະຊຸມເຜີຍແຜ່ ຜົນສໍາເລັດ ການປະເມີນຫຼັກສູດການຮຽນ-ການສອນ ລະດັບຊັ້ນສູງ ແລະ ປະລິນຍາຕີ

ໃນວັນທີ 14/09/2016 ສະຖາບັນການທະນາຄານ ໄດ້ເປີດກອງປະຊຸມເຜີຍແຜ່ຜົນສໍາເລັດ ກ່ຽວກັບການປະເມີນຫຼັດສູດ ການຮຽນ-ການສອນ ລະດັບຊັ້ນສູງ ແລະປະລິນຍາຕີ ທີ່ຈັດສອນໃນໄລຍະຜ່ານມາ ເພື່ອເຮັດໃຫ້ຫຼັກສູດມີຄຸນນະພາບ ແລະ ສອດຄ່ອງກັບວຽກງານປະກັນຄຸນນະພາບການສຶກສາ ຈາກກະຊວງສຶກສາທິການແລະກິລາວາງອອກ ຊຶ່ງກອງປະຊຸມດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ນ. ດວງດີ ພິມວົງສາ ຫົວໜ້າສະຖາບັນການທະນາຄານ ແລະ ແຂກຖືກເຊີນເຂົ້າຮ່ວມມາຈາກກົມການສຶກສາຊັ້ນສູງ, ກົມອະຊີວະສຶກສາ, ສູນປະກັນຄຸນນະພາບການສຶກສາ ກະຊວງສຶກສາທີການແລະກິລາ, ຄະນະກົມພາຍໃນທະນາຄານແຫ່ງ ສປປ ລາວ, ຄະນະອໍານວຍການທະນາຄານທຸລະກິດລັດ, ສະຖາບັນການສຶກສາອ້ອມຂ້າງເຊັ່ນ: ຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ວິທະຍາໄລກົດໝາຍ, ສະຖາບັນເສດຖະກິດການເງິນດົງຄໍາຊ້າງ, ວິທະຍາໄລເຕັກນິກປາກ-ປ່າສັກ, ຄະນະພະແນກພາຍໃນ ສທຄ, ຄະນະຮັບຜິດຊອບປະເມີນຫຼັກສູດຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການທະນາຄານ ທັງໝົດ ຈໍານວນ 53 ທ່ານ.

ການຈັດຕັ້ງປະຕິບັດປະເມີນຫຼັກສູດຂອງສະຖາບັນການທະນາຄານໃນຄັ້ງນີ້ ແມ່ນເລີ່ມແຕ່ເດືອນ ມີນາ 2015 ເຖິງເດືອນ ກໍລະກົດ 2016 ຈຶ່ງສໍາເລັດ. ໃນການຈັດຕັ້ງປະຕິບັດປະເມີນຫຼັກສູດຄັ້ງນີ້ແມ່ນໄດ້ສົມທົບກັນລະຫວ່າງ ສະຖາບັນການທະນາຄານ ແລະ ຫ້ອງການວິຊາການ ມະຫາວວິທະຍາໄລແຫ່ງຊາດ. ກອງປະຊຸມໄດ້ຮັບຟັງການນໍາສະເໜີຜົນການປະເມີນຫຼັກສູດໂດຍ ທ່ານ ຄໍາເຜີຍ ພິພັກຂະວົງ ຮອງຫົວໜ້າພະແນກຄົ້ນຄວ້າວິໄຈ ຄະນະສຶກສາສາດ, ຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນຢ່າງກົງໄປກົງມາ ລວມທັງດ້ານດີ ເພື່ອສົ່ງເສີ່ມ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອນໍາເອົາໄປປັບປຸງຫຼັກສູດການຮຽນ-ການສອນໃຫ້ດີຂຶ້ນໃນຕໍ່ໜ້າ. 

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ