bankinginstitute@bibol.edu.la

(+856-21) 770 916

ສະຖາບັນການທະນາຄານ, ໄດ້ໄປແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານຫ້ອງສະໝຸດ ຢູ່ຫໍສະໝຸດແຫ່ງຊາດ ແລະຫໍສະໝຸດຄະນະນິຕິສາດ-ລັດຖະສາດ

   ໃນວັນທີ 08 ສິງຫາ 2017 ຂະແໜງຫໍສະໝຸດທີ່ຂຶ້ນກັບສູນຝຶກອົບຮົມ ແລະຄົ້ນຄວ້າວິທະຍາສາດ, ສະຖາບັນການທະນາຄານ, ໄດ້ໄປແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານຫ້ອງສະໝຸດ ຢູ່ຫໍສະໝຸດແຫ່ງຊາດ ແລະຫໍສະໝຸດຄະນະນິຕິສາດ-ລັດຖະສາດ, ນຳພາໂດຍທ່ານ ນ. ບຸນຖະໜອມ ອຸດທະຈັກ ຫົວໜ້າສູນຝຶກອົບຮົມ ແລະຄົ້ນຄວ້າວິທະຍາສາດ ພ້ອມດ້ວຍພະນັກງານວິຊາການລວມທັງໝົດຈຳນວນ 08 ທ່ານ, ຈຸດປະສົງຂອງການຖອດຖອນບົດຮຽນໃນຄັ້ງນີ້ກໍ່ເພື່ອເປັນການພັດທະນາວຽກງານຫໍສະໝຸດໃຫ້ມີທ່າກ້າວຂະຫຍາຍຕົວ, ຮັບໃຊ້ວຽກງານການຮຽນ-ການສອນ, ການຄົ້ນຄວ້າຂອງພະນັກງານຄູ-ອາຈານ ແລະນັກສຶກສາ ສທຄ ຕາມມາດຕະຖານປະກັນຄຸນນະພາບການສຶກສາແຫ່ງຊາດຂອງກະຊວງສຶກສາທິການ ແລະກິລາ, ໃນນັ້ນການຖອດຖອນບົດຮຽນໃນຄັ້ງນີ້ໄດ້ລົງເລິກວຽກງານດ້ານວິຊາການເຊັ່ນ: ວຽກງານການບໍລິຫານຫ້ອງສະໝຸດເພື່ອຫັນຫ້ອງສະໝຸດໃຫ້ກາຍເປັນຫ້ອງສະໝຸດດິຈິຕ໊ອນ ຫຼື (E-Book) ໃນອະນາຄົດ, ວຽກງານຈັດຊື້-ຈັດຫາຊັບພະຍາກອນຫ້ອງສະໝຸດ, ວຽກງານ Catalogue, ການໃຫ້ບໍລິການໃນດ້ານຕ່າງໆ, ວຽກງານສ້ອມແປງ-ບຳລຸງຮັກສາ ແລະເພື່ອເສີມສ້າງສາຍພົວພັນອັນດີລະຫວ່າງສອງຝ່າຍໃຫ້  ແໜ້ນແຟ້ນຍິ່ງຂຶ້ນ

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ