bankinginstitute@bibol.edu.la

(+856-21) 770 916

ການນຳ ສທຄ ເດີນທາງໄປຖອດຖອນບົດຮຽນ ກ່ຽວກັບທະນາຄານຈຳລອງ ຢູ່ ສສ ຫວຽດນາມ

ໂດຍ​ປະຕິບັດ​ຕາມ ​ຂໍ້​ຕົກລົງວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ພະນັກງານ​ໄປ​ຖອດ​ຖອນ​ບົດຮຽນຢູ່​ປະ​ເທດ ສສ ຫວຽດນາມ, ສະບັບ​ ເລກທີ 437 ລົງ​ວັນ​ທີ 7/06/2011. ວັນ​ທີ 12 ຫາ 14 ​ເດືອນ ມີ​ຖຸນາ ປີ 2011 ທີ່ຜ່ານ​ມາ ຄະນະ​ສ້າງ​ຕັ້ງ ທະນາຄານ​ຈຳລອງ ຂອງ ສະ​ຖາ​ບັນ​ການ​ທະນາຄານ, ​ໄດ້ເດີນທາງ​ໄປ​ຖອດ​ຖອນ​ບົດຮຽນກ່ຽວກັບ​ທະນາຄານ​ຈຳລອງ​ຢູ່ ມະຫາ​ວິທະຍາ​ໄລ ດາຍ​ນາມ ປະ​ເທດ ຫວຽດນາມ ​ໂດຍ​ ​ທ່ານ ວົງ​ພະ​ຈັນ ​ແສງ​ສຸວັນ ຮອງ​ຫົວໜ້າ ສະຖາ​ບັນ​ການ​ທະນາຄານ, ຫົວໜ້າ ຄະນະ​ສ້າງ​ຕັ້ງ​ທະນາຄານ​ຈຳລອງ ​ເປັນ​ຫົວໜ້າຄະນະ​ຄັ້ງ​ນີ້ ​.
ຄະນະ​ດັ່ງ​ກ່າວ​ໄດ້​​ເຮັດ​ວຽກກັບ ຄະນະ​ນຳ ​ແລະ​ຄະນະ​ຮັບ​ຜິດ​ຊອບ​ວຽກງານ​ທະນຄານ ຈຳລອງ ຂອງ ມະຫາວິທະຍາ​ໄລ ດາຍ​ນາມ ສສ ຫວຽດນາມ​ www.dnu.edu.vn ເປັນ​ເວລາ​ 2 ມື້ ​ ​ໂດຍ​ທັງ​ສອງ​ຝ່າຍ​ໄດ້ ປຶກສາຫາລືກ່ຽວກັບ 2 ບັນຫາ​ຄື:
  1. ກ່ຽວກັບ​ທະນາຄານ​ຈຳລອງ ​
  2. ການ​ຮ່ວມ​ມືການ​ສຶກສາ​ສາກົນ
ການ​ເດີນ​ທາງ​ໄປ​ຖອດ​ຖອນ​ບົດຮຽນ​ໃນ​ຄັ້ງ​ນີ້ ​ໄດ້​ສ້າງຫຼາຍ​ເງືອນ​ໄຂ ພື້ນ​ຖານ​ແຫ່ງ​ການ​ສ້າງ​ຕັ້ງ ທະນຄານ​ຈຳລອງ ຢູ່ ສທຄ ​ ​ແລະ​ການ​ຮັບຮອງຫຼັກສູ​ດຂອງ ສທຄ ​ເປັນຫຼັກສູດ​ທີ່​ໄດ້​ມາດ​ຕະ​​ຖານ​ສາກົນ ໃນ​ 6 ​ເດືອນ​ທ້າຍ​ປີ2011 ນີ້.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ