bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຈັດຝຶກອົບຮົມຫົວຂໍ້: ການບໍລິຫານຫ້ອງການ ຄັ້ງວັນທີ 24-26 ມິຖຸນາ 2019

  ສະຖາບັນການທະນາຄານໄດ້ສໍາ​ເລັດຝຶກອົບຮົມຫົວຂໍ້  “ການບໍລິຫານຫ້ອງການ”  ໃຫ້ພະນັກງານທີ່ມາຈາກທະນາຄານທຸລະກິດລັດ, ທະນາຄານທຸລະກິດ, ສະ​ຖາ​ບັນ​ການ​ເງິນ, ລັດວິສະຫະກິດ, ບໍລິສັດ​ຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ພະນັກງານຄູອາຈານ ສທຄ ໃນວັນທີ 24-26 ມິຖຸນາ 2019  ໂດຍແມ່ນນັກວິທະຍາກອນທີ່ມີປະສົບການມາຈາກສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ກນ​ປົກຄອງ ​ແລະ ຝຶກ​ອົບຮົມ, ກະຊວງພາຍໃນ ທ່ານ ປທ  ສັນລະ​ເສີນ  ລາດ​ສະອາດ ​ເຊິ​ງມີຜູ້ເຂົ້າຮ່ວມທັງໝົດ 21 ຄົນ ຍິງ 14 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້, ຄວາມສາມາດ  ເເລະ ເປັນແນວທາງໃຫ້ແກ່ພະນັກງານເປັນຕົ້ນແມ່ນວຽກງານບໍລິຫານຫ້ອງການ,​ ເອກະສານທາງ​ລັດຖະການ, ການ​ສໍາ​ເນົາ​ເອກະສານ, ວຽກງານເລຂານຸການ ​ ​ແລະ ມາລະຍາດ​ທາງ​ສັງຄົມ, ນອກຈາກການຮັບຟັງບັນຍາຍ​ແລ້ວ​ຄາດ​ວ່າ​ນັກ​ສໍາ​ມະ​ນາກ​ອນຍັງ​ໄດ້​ຮັບ​ຄວາມ​ຮູ້​ໃໝ່ໆ​​ເພື່ອ​ນໍາ​ໄປຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ວຽກງານຕົວ​ຈິງພາຍ​ໃນ​ອົງ​ກອນ​.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ