bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຈັດຝຶກອົບຮົມຫົວຂໍ້: ມາດຕະຖານການສ້າງລາຍງານທາງດ້ານການເງິນ ທີ່ເປັນມາດຕະຖານສາກົນ IFRS (ລະດັບກາງ)

   ສະຖາບັນການທະນາຄານໄດ້ສໍາ​ເລັດຝຶກອົບຮົມ ຫົວຂໍ້  “ມາດຕະຖານ​ການ​ສ້າງ​ລາຍ​ງານດ້ານ​ການ​ເງິນທີ່​ເປັນ​ມາດຕະຖານ​ສາກົນ​ IFRS (ລະດັບ​ກາງ)” ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາຄານທຸລະກິດ,  ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ  ແລະ ພະນັກງານຄູອາຈານ ສທຄ  ໃນວັນທີ 17-21 ມິຖຸນາ 2019  ໂດຍຄະນະວິທະຍາກອນທີ່ມີປະສົບການ ປະຈຳ​ຫຼັກສູດ​ບັນຊີ ມະຫາວິທະຍາ​ໄລ​ຂອນ​ແກ່ນ ວິທະຍາ​ເຂດ​ໜອງ​ຄາຍ, ມະຫາວິທະຍາ​ໄລ ມະຫາ​ສາລະ​ຄາມ ​ແລະ ມາ​ຈາກ​ສະພາ​ວິຊາ​ຊີບ​ການ​ບັນຊີ ​ແຫ່ງປະ​ເທດໄທ, ມີຜູ້ເຂົ້າຮ່ວມທັງໝົດ 23 ຄົນ ຍິງ 16 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້​ແມ່ນເປັນການເສີມສ້າງຄວາມຮູ້, ຄວາມສາມາດ​ໃຫ້​ແກ່ນັກ​ສຳ​ມະ​ນາກ​ອນທີ່​ມາ​ຈາກ​ພາກສ່ວນ​ຕ່າງໆ​ເພື່ອນຳ​ເອົາ​ບົດຮຽນ​ທີ່​ໄດ້​ຈາກ​ການ​ຝຶກ​ອົບຮົມ​​ໄປ​ໝຸນ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ເປັນ​ຕົ້ນ​ແມ່ນ​ວຽກງານການ​ເງິນ-​ການ​ບັນຊີ, ​​ເຊິ່ງໄດ້​ລົງ​ເລິກ​ບາງມາດຕະຖານ​ການ​ສ້າງ​ລາຍ​ງານ​ທາງ​ການ​ເງິນ-ການ​ບັນຊີທີ່​ກ່ຽວຂ້ອງ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ