bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຝຶກອົບຮົມ ຫົວຂໍ້: “ ເທັກນິກການວິເຄາະສິນເຊື່ອ ”

    ສະຖາບັນການທະນາຄານໄດ້ຈັດຊຸດຝຶກອົບຮົມ  ຫົວຂໍ້ “ ເທັກນິກການວິເຄາະສິນເຊື່ອ ” ໃຫ້ແກ່ພະນັກງານ ທີ່ມາຈາກບັນດາທະນາຄານທຸລະກິດ, ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູ-ອາຈານ ສທຄ ໃນວັນທີ 20-22 ກັນຍາ 2017  ເຊິ່ງບັນຍາຍໂດຍ ທ່ານ ອາຈານ ສົມເດັດ ເຈດຕຸພົນ ຜູ້ທີ່ມີປະສົບການທາງດ້ານການປ່ອຍສິນເຊື່ອເພື່ອທຸລະກິດ SMEs SEAB.Co.,Ltd.(ປະເທດໄທ) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 24ຄົນ ຍິງ 04 ຄົນ. ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ກ່ຽວກັບຫຼັກການທີ່ໃຊ້ໃນການວິເຄາະ ແລະບໍລິຫານຄວາມສ່ຽງໃນການປ່ອຍສິນເຊື່ອ, ການວິເຄາະເອກະສານລາຍງານທາງການເງິນ, ຂໍ້ມູນຕ່າງໆທີ່ກ່ຽວກັບສິນເຊື່ອ ເຊິ່ງນຳໄປສູ່ການພັດທະນາທຸລະກິດສິນເຊື່ອຂອງທະນາຄານໃນປະຈຸບັນ ແລະອານາຄົດ.  ນອກຈາກການຮັບຟັງບັນຍາຍ  ແລະແລກປ່ຽນບົດຮຽນນໍານັກວິທະຍາກອນແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນດ້ວຍບັນຍາການທີ່ຟົດຟື້ນ ແລະໜ້າປະທັບໃຈ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ