1. ຊື່ຫຼັກສູດ

ພາສາລາວ:                    ຫຼັກສູດປະລິນຍາໂທ ການເງິນ-ການທະນາຄານ

ສາຂາການທະນາຄານ

ພາສາອັງກິດ                Master of Finance and Banking Program

                                    Major: Banking

 

2. ຊື່ປະກາສະນິຍະບັດ

ພາສາລາວ:                    ປະກາສະນິຍະບັດປະລິນຍາໂທ ການເງິນ-ການທະນາຄານ

ສາຂາ: ການທະນາຄານ    

ພາສາອັງກິດ:                  Master of Finance and Banking

                                    Major: Banking

 

3. ໜ່ວຍງານຮັບຜິດຊອບ         

ພາກວິຊາການທະນາຄານ ສະຖາບັນການທະນາຄານ

ເບີໂທຕິດຕໍ່: 856- 021770916, ແຟັກ: 856 – 770967

ເບີໂທຜູ້ຮັບຜິດຊອບ: 020 92884441

4.  ປັດຊະຍາ

ເພື່ອສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານວຽກງານທະນາຄານ ເພື່ອ ໃຫ້ກາຍເປັນນັກວິຊາການທີ່ມີຄວາມເຂັ້ມແຂງທາງດ້ານຫຼັກວິຊາການ, ສາມາດວິເຄາະປະເມີນຜົນການດໍາເນີນງານ, ການເຮັດທຸລະກໍາທາງທະນາຄານ ລວມເຖີງການລົງທຶນຕ່າງໆ,​ ສາມາດວິໄຈ ແລະ ປະຍຸກໃຊ້ເທັກໂນໂລຊີໄດ້ຢ່າງ   ເໝາະສົມ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.

5. ຈຸດປະສົງ

1)      ເພື່ອສ້າງບຸກຄະລາກອນທີ່ສາມາດປະຕິບັດໜ້າທີ່ຕ່າງໆຢ່າງມີຄຸນນະທຳ, ຈະລິຍະທຳ, ຄວາມຊື່ສັດແລະ ຄວາມຮັບຜິດຊອບ ໂດຍສອດຄ່ອງຕາມເນື້ອໃນຂອງ 3 ລັກສະນະຊາດ ແລະ 5 ຫລັກມູນການສຶກສາແຫ່ງຊາດ;

2)      ເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານວຽກງານທະນາຄານ, ການຄຸ້ມຄອງ ແລະ ບໍລິຫານທະນາຄານ ເພື່ອໃຫ້ກາຍເປັນນັກວິຊາການທີ່ເຂັ້ມແຂງທາງດ້ານຫຼັກວິຊາການ;

3)      ເພື່ອສ້າງບຸກຄະລາກອນທີ່ສາມາດເຮັດວິໄຈ ແລະ ປະຍຸກໃຊ້ເທັກໂນໂລຊີໄດ້ຢ່າງເໝາະສົມ ຕະຫຼອດຈົນສາມາດເຜີຍແຜ່ຜົນງານວິຊາການໄດ້ເພື່ອເປັນພື້ນຖານໃນການສຶກສາຕໍ່ໃນລະດັບສູງຂື້ນ.

6. ຄາດຫມາຍຜົນການຮຽນ

Ø  ດ້ານຄວາມຮູ້:

-    ມີຄວາມຮູ້, ຄວາມສາມາດ, ທັກສະໃນການບໍລິຫານທາງດ້ານທະນາຄານ ແລະ ມີຄວາມຮູ້ທາງດ້ານທັກສະພາສາອັງກິດ, ອະທິບາຍທິດສະດີ, ຫຼັກການທາງດ້ານການບໍລິຫານທະນາຄານໄດ້ຢ່າງຊຳນານເພື່ອໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາເສດຖະກິດໃນຍຸກຂອງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ;

-    ພັດທະນາຄວາມຮູ້ດ້ານວິຊາສະເພາະເພື່ອໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານ ແລະ ການປະກອບກິດຈະການຢ່າງມີປະສິດທິພາບ.

Ø  ດ້ານທັກສະ:

-    ໄດ້ຮຽນຮູ້ ກ່ຽວກັບບໍລິຫານທະນາຄານ, ສາມາດເປັນມືອາຊີບໄດ້ໃນການບໍລິການ ແລະ ສາມາດເຮັດວຽກພາຍໃນ ແລະ ຕ່າງປະເທດທາງດ້ານການທະນາຄານ. ນຳໃຊ້ເຕັກໂນໂລຍີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດເຂົ້າໃນການປະຕິບັດໜ້າທີ່ວຽກງານ, ສົ່ງເສີມການບໍລິຫານທະນາຄານແບບມືອາຊິບ;

-    ດໍາເນີນການຮຽນຮູ້ຕະຫຼອດຊີວິດ, ສື່ສານຢ່າງມີປະສິດທິພາບໃນການນໍາສະເໜີແນວຄວາມຄິດທັງປາກເປົ່າ ແລະ ການຂຽນ ເຂົ້າໃນການເຮັດວຽກເປັນໝູ່ຄະນະໃນອົງການຈັດຕັ້ງຂອງຕົນ.

Ø  ດ້ານການນໍາໃຊ້:

-    ສາມາດນໍາຄວາມຮູ້ ປະກອບອາຊີບດ້ວຍຕົນເອງ ຫຼື ເປັນລູກຈ້າງໃນຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ. ນຳໃຊ້ທິດສະດີການບໍລິຫານທະນາຄານເຂົ້າໄປໃນການປະຕິບັດໜ້າທີ່ວຽກງານຕົວຈິງຢ່າງມີປະສິດທິພາບ;

-    ດໍາເນີນການຄົ້ນຄວ້າດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ການບໍລິຫານທະນາຄານໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ;

-    ວິເຄາະບັນຫາທາງດ້ານທະນາຄານທີ່ຊັບຊ້ອນຢ່າງມີຫຼັກການເພື່ອໃຫ້ສອດຄ່ອງ ແລະ ທັນກັບສະພາບແວດລ້ອມທີ່ມີການປ່ຽນແປງໃໝ່ໃນແຕ່ລະໄລຍະ.

Ø  ດ້ານທັກສະທາງສັງຄົມ:

-    ສາມາດເຮັດວຽກເປັນທີມງານໄດ້ໃນການບໍລິຫານທະນາຄານ ຮ່ວມກັບອົງການຫົວໜ່ວຍທຸລະກິດໄດ້ ແລະ ປະເມີນຄວາມຫຼາກຫຼາຍຂອງບັນຫາທາງດ້ານບໍລິຫານທະນາຄານໃຫ້ແກ່ພາກລັດ ແລະ ເອກະຊົນ ຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ;

-    ປະຕິບັດໜ້າທີ່ຢ່າງມີມະນຸດສໍາພັນດີ, ປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

7. ເງື່ອນໄຂຂອງຜູ້ເຂົ້າສຶກສາ   

ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາ ທີ່ທາງສະຖາບັນການທະນາຄານວາງອອກ.

1)      ນັກສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີ ໃນສາຂາວິຊາ ການທະນາຄານ ຫຼື ສາຂາວິຊາເສດຖະກິດຕ່າງໆ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ;

2)      ສຳລັບພະນັກງານທະນາຄານ,​ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຫຼື ພາກສ່ວນຕ່າງໆ ແມ່ນຕ້ອງຈົບໃນລະດັບປະລິນຍາຕີ ແລະ ມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີຂື້ນໄປ;

3)      ຖ້າເປັນພະນັກງານຕ້ອງໄດ້ຮັບອານຸຍາດ ແລະ ເຫັນດີ ຈາກກົມກອງທີ່ຕົນສັງກັດຢູ່;

4)      ມີຄວາມຮູ້ພາສາອັງກິດໃນລະດັບດີ, ຮູ້ນໍາໃຊ້ຄອມພິວເຕີຢ່າງຄ່ອງແຄ້ວ ສາມາດຄົ້ນຫາຂໍ້ມູນຂ່າວສານ ເພື່ອຮອງຮັບການສຶກສາດ້ວຍຕົນເອງ.

8. ການຈັດຕັ້ງການຮຽນ-ການສອນ

ຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາ ການທະນາຄານ ເປັນຫຼັກສູດຈັດຕັ້ງການຮຽນ-ການສອນ ໃນວັນເສົາ ແລະ ວັນອາທິດ ຮຽນ 8 ຊົ່ວໂມງຕໍ່ມື້ ໂດຍເລີ່ມແຕ່ 8:00 ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ. 5 ເຖິງ 7 ຊົ່ວໂມງ ຕໍ່ມື້. ອາທິດໜຶ່ງ ຮຽນ 5 ມື້ ຄື ວັນຈັນ ເຖິງ ວັນສຸກ ເວລາ 17:00 ໂມງ ຫາ 20:30 ໂມງ ລວມມີ 16 ອາທິດ ຕໍ່ ໜຶ່ງພາກຮຽນ.

9. ໄລຍະເວລາການສຶກສາ

ຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາ ການທະນາຄານ ເປັນຫຼັກສູດໃຊ້ເວລາຮຽນ 2 ປີ, ຊຶ່ງແບ່ງອອກເປັນ 4 ພາກຮຽນ ແລະ ສາມາດຮັກສາສະຖານະພາບເປັນນັກສຶກສາໄດ້ສູງສຸດ 1 ປີ (2 ພາກຮຽນ).

10. ເນື້ອໃນໂຄງສ້າງຂອງຫຼັກສູດ

10.1 ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ

ແບ່ງອອກເປັນ 3 ໜວດວິຊາ ດັ່ງນີ້:

1)      ໝວດວິຊາບັງຄັບ:            25        ໜ່ວຍກິດ

2)      ວິທະຍານິພົນ:                 17        ໜ່ວຍກິດ

3)      ໝວດວິຊາເລືອກ:            4          ໜ່ວຍກິດ          

ລວມໜ່ວຍກິດທັງໝົດແມ່ນ          46        ໜ່ວຍກິດ

03.2 ການຈັດແບ່ງລາຍວິຊາຮຽນ ໃນແຕ່ລະໝວດວິຊາ

  1) ໝວດວິຊາບັງຄັບ

ໜວດວິຊາບັງຄັບໃນຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາ ການທະນາຄານ ປະກອບມີ 25 ໜ່ວຍກິດຄື:

. ໝວດວິຊາພື້ນຖານວິຊາສະເພາະ

/

ລະຫັດວິຊາ

ວິຊາ

1

MLP101

ແນວທາງການເມືອງຂອງ ສປປ ລາວ (Lao Political Ideology)

2

MRM102

ການຄົ້ນຄ້ວາວິທະຍາສາດ

(Research Methodology )

3

MMB103

ເງິນຕາ-ທະນາຄານ ແລະ ຕະຫຼາດການເງິນ (Money, Banking and Financial Markets)

4

MBA104

ບັນຊີທະນາຄານຂັ້ນສູງ (Advanced Banking Accounting)

5

MAV105

ປະເມີນຊັບສິນ (Asset Valuation)

ລວມ

 

 

 

. ໝວດວິຊາສະເພາະ                                       

/

ລະຫັດວິຊາ

ວິຊາ

6

MBT111

ເທັກໂນໂລຊີ ການທະນາຄານ ແລະ ການເງິນ  (Banking and Financial Technology)

7

MCM112

ການບໍລິຫານທະນາຄານທຸລະກິດ (Commercial Bank Management)

8

MEC113

ເສດຖາມິຕິ (Econometrics)

9

MIF114

ການລົງທຶນ ແລະ ນະວັດຕະກໍາທາງການເງິນ

(Investment and Financial Innovation)

10

MBR115

ການບໍລິຫານຄວາມສ່ຽງທະນາຄານທຸລະກິດ (Banking Risk Management)

ລວມ

2) ໜວດຄົ້ນຄວ້າ ແລະ ວິທະຍານິພົນ (Thesis)

/

ລະຫັດວິຊາ

ວິຊາ

11

MSE211

ສຳມະນາ (Seminar )

12

MTH212

ບົດວິທະຍານິພົນ (Thesis)

ລວມ

3) ໝວດວິຊາເລືອກ

ຜູ້ທີ່ສຶກສາໃນຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາການທະນາຄານ ນີ້ ນອກຈາກຮຽນໃນວິຊາບັງຄັບ ແລະ ໜວດວິຊາສະເພາະແລ້ວ ນັກສຶກສາຍັງສາມາດເລືອກຮຽນໃນໝວດວິຊາເລືອກ ຈຳນວນ 4 ໜ່ວຍກິດ.

/

ລະຫັດວິຊາ

ຊື່ວິຊາ

13

MBS301

ບໍລິຫານຍຸດທະສາດການທະນາຄານ (Banking Strategic Management)

14

MIM302

ບໍລິຫານການເງິນລະຫວ່າງປະເທດ (International Financial Management)

15

MEB303

ຈັນຍາບັນດ້ານວິຊາຊີບໃນຂະແໜງການທະນາຄານ (Ethics in Banking)

16

MAB304

ວິເຄາະການເຄື່ອນໄຫວທຸລະກິດທະນາຄານ (Analyze Banking Business Activities)

17

MEF305

ພາສາອັງກິດສຳລັບການທະນາຄານ (English for Banking)

18

MBK306

ການຕະຫຼາດທະນາຄານ (Bank Marketing)

19

MBC307

ບໍລິຫານສິນເຊື່ອທະນາຄານທຸລະກິດ (Bank credit Management)

ລວມ