ຄະນະຕາງໜ້າຂອງສະຖາບັນການທະນາຄານ ຈໍານວນ 05 ທ່ານ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາ ແລະ ກອງປະຊຸມປະຈໍາປີຄັ້ງທໍາອິດ ຂອງໂຄງການ MICRO4ASIA (ທີ່ຢູ່ພາຍໃຕ້ໂຄງການ ERASMUS+) ໃນວັນທີ 24 – 29 ພະຈິກ 2025 ທີ່ ມະຫາວິທະຍາໄລ Dubrovnik, Croatia – ພາບລວມຂອງກອງປະຊຸມໃນໄລຍະ 6 ວັນທີ່ຜ່ານມາ ມີຄື:
ກອງປະຊຸມໂຄງການ MICRO4ASIA ທີ່ ມະຫາວິທະຍາໄລ Dubrovnik, Croatia ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໂດຍໄດ້ນຳເອົາເຄືອຂ່າຍບັນດາມະຫາວິທະຍາໄລຈາກ ສສ ຫວຽດນາມ, ສປປ ລາວ ແລະ ເອີຣົບເຂົ້າດ້ວຍກັນ, ເຊິ່ງໄດ້ມີຕົວແທນຈາກບັນດາພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ:
- ຕົວແທນຂອງບັນດາມະຫາວິທະຍາໄລຈາກ ສປປ ລາວ ປະກອບມີ: 1) ສະຖາບັນທະນາຄານ (BI), 2)ມະຫາວິທະຍາໄລແຫ່ງຊາດລາວ (NUOL) ແລະ 3) ມະຫາວິທະຍາໄລຈໍາປາສັກ (CU)
- ຕົວແທນຂອງບັນດາມະຫາວິທະຍາໄລຈາກ ສສ ຫວຽດນາມ ປະກອບມີ: 1) ມະຫາວິທະຍາໄລເສດຖະກິດ ນະຄອນໂຮ່ຈິມິນ (UEH), 2) ມະຫາວິທະຍາໄລ ທະນາຄານນະຄອນໂຮ່ຈິມິນ (BUH) ແລະ 3) ມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU)
- ຕົວແທນຂອງບັນດາມະຫາວິທະຍາໄລຈາກ EU ປະກອບມີ: 1) ມະຫາວິທະຍາໄລ Masaryk (ສາທາລະນະລັດເຊັກ), 2) ມະຫາວິທະຍາໄລ Dubrovnik (ໂຄຣເອເຊຍ), 3) ມະຫາວິທະຍາໄລ Siena (ອິຕາລີ) ແລະ 4) ສະຖາບັນການສຶກສາຊັ້ນສູງ – IHF (ເບວຢຽມ)
ມື້ທີ 1 – ການວາງທິດທາງ ແລະ ການກຳນົດສະພາບການຕ່າງໆ
ຄູ່ຮ່ວມງານຕ່າງໆໄດ້ແບ່ງປັນການອັບເດດສະພາບການ ແລະ ສະທ້ອນເຖິງຄວາມເຂົ້າໃຈທີ່ໄດ້ຮັບຈາກກອງປະຊຸມທົບທວນຄືນພາຍໃນເດືອນ ກັນຍາ ແລະ ຕຸລາ ທີ່ຜ່ານມາ. ກອງປະຊຸມໄດ້ມີຄວາມຄາດຫວັງ, ເປົ້າໝາຍທີ່ຊັດເຈນ ແລະ ກຳນົດທິດທາງສຳລັບວາລະການເຮັດວຽກໃນອະນາຄົດ.
ມື້ທີ 2 – ກອງປະຊຸມຕາມວາລະ
ຜູ້ເຂົ້າຮ່ວມໄດ້ເຂົ້າຮ່ວມໂດຍການແບ່ງກຸ່ມທີ່ອີງໃສ່ລາຍວິຊາ (ເຊັ່ນ: ເສດຖະສາດ, ການເງິນ ແລະ ເຕັກໂນໂລຊີ) ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບຜູ້ໃຫ້ຄຳປຶກສາຂອງເອີຣົບ ເພື່ອປັບປຸງວຽກງານຕ່າງໆເຊັ່ນ:
- ໂຄງສ້າງຫຼັກສູດ
- ຍຸດທະສາດການສິດສອນ
- ຮູບແບບການປະເມີນຜົນ
ກອງປະຊຸມເຫຼົ່ານີ້ໄດ້ຊ່ວຍເສີມສ້າງຄວາມສອດຄ່ອງທາງດ້ານວິຊາການ ແລະ ສົ່ງເສີມການຮ່ວມມືຂອງແຕ່ລະສະຖາບັນ.
ມື້ທີ 3 – ທົບທວນຫຼັກສູດໃບຢັ້ງຢືນຈຸນລະພາກ
ແຕ່ລະສະຖາບັນໄດ້ນຳສະເໜີ ແລະ ປັບປຸງຮ່າງຫຼັກສູດໃບຢັ້ງຢືນຈຸນລະພາກຂອງຕົນດ້ວຍຄຳແນະນຳຈາກຜູ້ຊ່ຽວຊານຂອງເອີຣົບ. ການສົນທະນາໄດ້ສຸມໃສ່ການປັບປຸງຜົນໄດ້ຮັບການຮຽນຮູ້, ການປັບປຸງຮູບແບບ ແລະ ເພື່ອໃຫ້ສອດຄ່ອງກັບການປະເມີນຜົນກັບມາດຕະຖານຄຸນນະພາບຂອງເອີຣົບ.
ມື້ທີ 4 – ການເຊື່ອມໂຍງຂອງແຕ່ລະສະຖາບັນ ແລະ ການພັດທະນາເຄື່ອງມື
ຄູ່ຮ່ວມງານໄດ້ເຮັດວຽກກ່ຽວກັບຊຸດເຄື່ອງມືໃບຢັ້ງຢືນຈຸນລະພາກ, ໄດ້ປຶກສາຫາລືກ່ຽວກັບຂໍ້ກຳນົດການຮັບຮອງແຫ່ງຊາດ ແລະ ສຳຫຼວດທິດທາງສຳລັບການເຊື່ອມໂຍງຂອງແຕ່ລະສະຖາບັນ. ມີຄວາມມຸ່ງໝັ້ນຮ່ວມກັນໃນການພັດທະນາຫຼັກສູດໃບຢັ້ງຢືນຈຸນລະພາກທີ່ສົມບູນໃນ 06 ຫຼັກສູດ.
ມື້ທີ 5 – ກອງປະຊຸມໂຄງການປະຈຳປີຄັ້ງທຳອິດ (WP1–WP5)
ຄູ່ຮ່ວມງານທັງໝົດຂອງໂຄງການໄດ້ທົບທວນຄືນໃນຂົງເຂດສຳຄັນຕ່າງໆເຊັ່ນ:
- ຄວາມຄືບໜ້າໂດຍລວມ, KPIs ແລະ ຜົນສຳເລັດຂອງວຽກງານ (WP1)
- ງົບປະມານ ແລະ ການຕິດຕັ້ງອຸປະກອນໃນບັນດາສະຖາບັນການສຶກສາທີ່ເປັນຄູ່ຮ່ວມມືໃນ ສສ ຫວຽດນາມ ແລະ ສປປ ລາວ
- ກິດຈະກຳຝຶກອົບຮົມ ແລະ ຜົນໄດ້ຮັບ (WP2)
- ແຜນການພັດທະນາ ແລະ ທົດລອງໃຊ້ໃບຢັ້ງຢືນຈຸລະພາກ (WP3)
- ກົນໄກການປຽບທຽບ ແລະ ການຮັບຮູ້ (WP4)
- ເຄື່ອງມືຮັບປະກັນຄຸນນະພາບ, ຄຳຕິຊົມຂອງຜູ້ປະເມີນຜົນ ແລະ ການຄຸ້ມຄອງຄວາມສ່ຽງ (WP5)
ມື້ນີ້ໄດ້ສະໜອງພາບທີ່ຊັດເຈນຂອງຜົນສຳເລັດ ແລະ ສິ່ງທ້າທາຍຂອງປີທີ 1.
ມື້ທີ 6 – ການເຜີຍແຜ່, ວິໃສທັດ ແລະ ການວາງແຜນສຳລັບປີທີ 2 (WP6)
ກອງປະຊຸມໄດ້ສຸມໃສ່ຜົນສຳເລັດຂອງການເຜີຍແຜ່, ຍຸດທະສາດການສື່ສານ, ການເຜີຍແຜ່ສື່ມວນຊົນ ແລະ ການວາງແຜນຄວາມຍືນຍົງ. ກອງປະຊຸມໄດ້ສິ້ນສຸດລົງດ້ວຍ:
- ບົດຮຽນເນືຶ້ອໃນຫຼັກຈາກວຽກງານ 3–6
- ການວາງແຜນການ
- ຂໍ້ຕົກລົງກ່ຽວກັບບົດສະຫຼຸບ ແລະ ຈຸດປະຕິບັດ
- ການວາງແຜນສຳລັບກອງປະຊຸມໃນຄັ້ງຕໍ່ໄປ
ອາທິດແຫ່ງການຮ່ວມມືທີ່ເຂັ້ມແຂງ ແລະ ຄຳໝັ້ນສັນຍາຮ່ວມກັນ
ຕະຫຼອດເວລາພາຍໃນ 06 ວັນທີ່ເຂັ້ມຂຸ້ນ, ກອງປະຊຸມ MICRO4ASIA ໄດ້ສະແດງໃຫ້ເຫັນເຖິງການເຮັດວຽກເປັນທີມທີ່ໂດດເດັ່ນ, ການແລກປ່ຽນຄວາມຮູ້ຢ່າງຫ້າວຫັນ ແລະ ວິໄສທັດທີ່ເປັນເອກະພາບສຳລັບການພັດທະນາໃບຢັ້ງຢືນຈຸນລະພາກທົ່ວປະເທດ ຫວຽດນາມ ແລະ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກຊ່ຽວຊານຈາກສະຖາບັນຊັ້ນນຳຂອງເອີຣົບ.