1. ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາໂທ ການເງິນ-ການທະນາຄານ ສາຂາ ການເງິນ
ພາສາອັງກິດ: Master of Finance and
Banking Program in Finance
2. ຊື່ປະກາສະນິຍະບັດ
ພາສາລາວ: ປະກາສະນິຍະບັດປະລິນຍາໂທ ການເງິນ-ການທະນາຄານ ສາຂາ ການເງິນ
ສາຂາ: ການເງິນ
ພາສາອັງກິດ: Master of Finance and
Banking in Finance
3. ໜ່ວຍງານຮັບຜິດຊອບ
ພາກວິຊາການເງິນ, ສະຖາບັນການທະນາຄານ ເບີໂທຕິດຕໍ່: 856- 021770916, ແຟັກ: 856 – 770967, 020 22 928 555
4. ປັດຊະຍາ
ເພື່ອສ້າງບຸກຄະລາກອນໃຫ້ມີທັກສະ ແລະ ຄວາມຮູ້ຢ່າງເລິກເຊິ່ງທາງດ້ານການເງິນ ເພື່ອໃຫ້ກາຍເປັນນັກວິຊາ ການທີ່ເຂັ້ມແຂງທາງດ້ານຫລັກການວິຊາການ, ສາມາດວິເຄາະປະເມີນຜົນການດໍາເນີນງານ, ການເຮັດທຸລະກໍາທາງການເງິນລວມເຖີງການລົງທຶນຕ່າງໆ, ການພະຍາກອນທາງການເງິນ ແລະ ການຄາດຄະເນແຜນການລ່ວງໜ້າ. ສາມາດປະ ກອບທຸລະກິດໄດ້, ໂດຍນຳໃຊ້ເຕັກໂນໂລຊີ, ການຄົ້ນຄ້ວາວິທະຍາສາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.
5. ຈຸດປະສົງ
1) ເພື່ອກໍ່ສ້າງນັກຄົ້ນຄວ້າໃຫ້ມີຈັນຍາບັນ, ຈັນຍາທຳ, ຄຸນສົມບັດ ແລະ ກໍ່ສ້າງໄປຕາມແນວທາງຂອງກະຊວງສຶກສາທິການ ແລະ ກີລາ ໂດຍສອດຄ່ອງຕາມເນື້ອໃນຂອງ 3 ລັກສະນະ ແລະ 5 ຫລັກມູນການສຶກສາແຫ່ງຊາດ.
2)
ເພື່ອກໍ່ສ້າງນັກຄົ້ນຄວ້າໃຫ້ເປັນນັກວິຊາການທີ່ມີຄວາມເຂັ້ມແຂງທາງດ້ານຫຼັກການ ວິຊາສະເພາະທາງດ້ານການເງິນ ແລະ ສາມາດຄາດຄະເນລະບົບການເງິນໃຫ້ມີຄວາມຊຳນານງານ.
3) ເພື່ອກໍ່ສ້າງນັກສຶກສາໃຫ້ເປັນມືອາຊີບ ແລະ ສາມາດວິເຄາະປະເມີນຜົນທາງດ້ານການເງິນທີ່ນຳໃຊ້ເຕັກໂນໂລຊີ ແລະ ການຄົ້ນຄວ້າວິທະຍາສາດ, ສາມາດປະກອບອາຊີບໄດ້.
6. ຄາດຫມາຍຜົນການຮຽນ
1) ດ້ານຄວມຮູ້
- ມີຄວາມຮູ້-ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການເງິນ ແລະ ຄວາມຮູ້ດ້ານການຄົ້ນຄວ້າໃນຂົງເຂດວຽກງານເງິນໄດ້.
- ເຊື່ອມໂຍງ ຜຸ້ເຂົ້າສຶກສາຄົ້ນຄວ້າທີ່ຮຽນຈົບສາຂານີ້ສາມາດໄປຕໍ່ຍອດການສຶກສາໃນລະດັບທີ່ສູງກວ່າໄດ້.
2) ດ້ານທັກສະ
- ສະແດງ ຜູ້ເຂົ້າສຶກສາຄົ້ນຄວ້າ ສາມາດນໍາສະເໜີບັນຫາກ່ຽວກັບ ການເງິນໃນການປະຕິບັດວຽກງານຕົວຈິ່ງໃຫ້ສອດຄ່ອງກັບລະບຽບຫຼັກການໄດ້;
- ການດໍາເນີນ ຜູ້ເຂົ້າສຶກສາຄົ້ນຄວ້າ ມີຄວາມສາມາດໃນການຄົ້ນຄວ້າວິໄຈທາງດ້ານປະລິມານ ແລະ ຄຸນນະພາບກ່ຽວກັບການເງິນ ເພື່ອເຮັດໃຫ້ການຄົ້ນຄວ້າຮັບຮູ້ວິຊາສະເພາະ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັດກໍຄືອະນາຄົດ;
3) ດ້ານການນໍາໃຊ້
- ດ້ານການນໍາໃຊ້: ສາມາດນໍາໃຊ້ຄວາມຮູ້, ຄວາມສາມາດຮັບໃຊ້ວຽກງານດ້ານການເງິນໃນຂົງເຂດ ຫົວໜ່ວຍທຸລະກິດ, ພາກລັດ ແລະ ເອກະຊົນ;
- ວິເຄາະ ສາມາດນໍາໃຊ້ຄວາມຮູ້, ຄວາມສາມາດ ໃນການວິເຄາະບັນຫາຕ່າງໆ ທີ່ເກີດຂຶ້ນກ່ຽວກັບການເງິນ ເພື່ອຊອກຫາສາເຫດ ແລະ ສະເໜີວິທີການແກ້ໄຂໃຫ້ສອດຄ່ອງກັບລະບຽບ, ຫລັກການທີ່ກໍານົດໄວ້.
4) ດ້ານທັກສະທາງສັງຄົມ
- ປະຕິບັດ ຜູ້ທີ່ຮຽນຈົບຈະນໍາໃຊ້ຄວາມຮູ້ຂອງຕົນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຮັບໃຊ້ສັງຄົມ ໃຫ້ສອດຄ່ອງກັບລະບຽບ, ກົດໝາຍ ເພື່ອຜົນປະໂຫຍດລວມຂອງສັງຄົມ;
- ສະແດງ ສາມາດໃນການພົວພັນ-ສື່ສານ ແລະ ເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ການແກ້ໄຂບັນຫາທີ່ເກີດຂຶ້ນໃນຕົວຈິງໃຫ້ມີປະສິດທິພາບ, ຜັນຂະຫຍາຍທັກສະ ແລະ ຫຼັກການຮຽນຮູ້ຕະຫຼອດຊິວິດ ແລະ ການປະຕິບັດວຽກງານ, ໃຫ້ມີນໍ້າໃຈຮັກອາຊີບ ສົ່ງເສີ່ມການຖ່າຍທອດຄວາມຮູ້, ການແບ່ງປັນຄວາມຮູ້ໃນການພັດທະນາ ແລະ ຍົກລະດັບວິຊາການເງິນ ໃຫ້ແກ່ສັງຄົມ.
9. ເງື່ອນໄຂ ຂອງ ຜູ້ເຂົ້າສຶກສາ
ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາ
ທີ່ທາງສະຖາບັນການທະນາຄານ ວາງອອກ. ນັກຄົ້ນຄວ້າຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີ ໃນສາຂາວິຊາ ການເງິນ, ການທະນາຄານ ແລະ ສາຂາວິຊາອື່ນໆທີ່ກ່ຽວຂ້ອງ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ; ສຳລັບນັກຄົ້ນຄວ້າທີ່ເປັນພະນັກງານທີ່ມີ ຄະແນນສະເລ່ຍສະສົມຕ່ຳ ກວ່າ 3.00 ແຕ່ອົງກອນມີແຜນກໍ່ສ້າງ ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ. ສ່ວນນັກສຶກສາທີ່ສຳເລັດການສຶກສາໃນລະດັບປະລິນຍາຕີ ໃນສາຂາວິຊາອື່ນໆນັ້ນຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພື້ນ ຖານທີ່ຈໍາເປັນ ຂອງສາຂາການເງິນ ໂດຍບໍ່ໄດ້ນັບໜ່ວຍກິດເຂົ້າໃນຫຼັກສູດ.
10. ການຈັດຕັ້ງການຮຽນ-ການສອນ
ຫຼັກສູດລະດັບປະລິນຍາໂທ ການເງິນ-ການທະນາຄານ ສາຂາ ການເງິນ ເປັນຫຼັກສູດເປີດການຮຽນ-ການສອນເຕັມເວລາ 7-8 ຊົ່ວ ໂມງຕໍ່ມື້ ໃນວັນເສົາ ແລະ ວັນອາທິດ ແມ່ນເລີ່ມແຕ່ 8:00 ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ.
ນອກຈາກການຈັດຕັ້ງການຮຽນການສອນທິດສະດີໃນຫ້ອງຮຽນແລ້ວ ຫຼັກສູດນີ້ຍັງມີຄວາມຈໍາເປັນໄປຄຽງຄູ່ກັບການຈັດກິດຈະກຳໄປທັດສະນະສຶກສາທັງພາຍໃນ ຫຼື ຕ່າງປະເທດຢ່າງໜ້ອຍໜຶ່ງຄັ້ງຕໍ່ໜຶ່ງຊຸດຮຽນ ເພື່ອໃຫ້ຜູ້ສຶກສາຄົ້ນຄວ້າໄດ້ເຂົ້າໃຈທັງພາກທິດສະດີ ແລະ ພາກຕົວຈິງໃຫ້ເລິກເຊິ່ງຕື່ມອີກ.
11. ໄລຍະເວລາການສຶກສາ
ຫຼັກສູດປະລິນຍາໂທ ການເງິນ-ການທະນາຄານລະກິດ ສາຂາ ການເງິນ ເປັນຫຼັກສູດໃຊ້ເວລາຮຽນ 2 ປີ, ຊຶ່ງແບ່ງອອກເປັນ 4 ພາກຮຽນ ແລະ
ສາມາດຮັກສາສະຖານະພາບເປັນນັກສຶກສາໄດ້ສູງສຸດ 1 ປີ
(2 ພາກຮຽນ).
12. ເນື້ອໃນໂຄງສ້າງຂອງຫຼັກສູດ
12.1 ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ
ແບ່ງອອກເປັນ 3 ໜວດວິຊາ ດັ່ງນີ້:
1) ວິຊາພື້ນຖານ 2 ໜ່ວຍກິດ;
2) ໝວດວິຊາບັງຄັບ: 28 ໜ່ວຍກິດ;
3) ວິທະຍານິພົນ: 14 ໜ່ວຍກິດ;
4) ໝວດວິຊາເລືອກ: 4 ໜ່ວຍກິດ;
ລວມໜ່ວຍກິດທັງໝົດແມ່ນ 48 ໜ່ວຍກິດ.
12.2 ການຈັດແບ່ງລາຍວິຊາຮຽນ ໃນແຕ່ລະໝວດວິຊາ
1) ໝວດວິຊາບັງຄັບ
ໜວດວິຊາບັງຄັບໃນຫຼັກສູດປະລິນຍາໂທ ການເງິນ-ການທະນາຄານ ສາຂາ ການເງິນ ປະກອບມີ 48 ໜ່ວຍກິດຄື:
ກ. ໝວດວິຊາພື້ນຖານວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
1 |
MLP101 |
ແນວທາງການເມືອງຂອງ ສປປ ລາວ
(Lao Political Ideology) |
|
ລວມ |
||
ຂ. ໝວດວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
2 |
MCF102 |
ການເງິນທຸລະກິດ (Corporate Finance) |
|
3 |
MIA103 |
ການວິເຄາະການລົງທຶນ (Investment Analysis) |
|
4 |
MDM104 |
ອະນຸພັນທາງການເງິນ ແລະ ຕະຫຼາດອະນຸພັນທາງການເງິນ (Derivative and
Derivative market) |
|
5 |
MDM105 |
ການຄົ້ນຄວ້າວິທະຍາສາດທາງດ້ານການເງິນ (Research Methodology) |
|
6 |
MIFM106 |
ບໍລິຫານການເງິນລະຫວ່າງປະເທດ (International Finance
Management) |
|
7 |
MBFA107 |
ການວິເຄາະທຸລະກິດ ແລະ ລາຍງານທາງການເງິນ (Business and Financial St Analysis) |
|
8 |
MIB108 |
ທຸລະກິດຫລັກຊັບ (Securities Business) |
|
9 |
MSE109 |
ສໍາມະນາຫົວຂໍ້ພິເສດທາງການເງິນ (Seminar in Finance) |
|
10 |
MFE110 |
ເສດຖາມິຕິທາງການເງິນ (Financial Econometrics) |
|
11 |
MEF111 |
ທິດສະດີເສດຖະສາດຕະຫຼາດການເງິນ (Economic theory for financial market) |
|
ລວມ |
||
2) ໜວດຄົ້ນຄວ້າ ແລະ ວິທະຍານິພົນ (Thesis)
|
ລ/ດ |
ລະຫັດວິຊາ |
ວິຊາ |
|
11 |
MTH213 |
ບົດວິທະຍານິພົນ (Thesis) |
|
ລວມ |
||
3) ໝວດວິຊາເລືອກ
ຜູ້ທີ່ສຶກສາໃນຫຼັກສູດການເງິນນີ້ ນອກຈາກຮຽນໃນວິຊາບັງຄັບ ແລະ ໜວດວິຊາສະເພາະແລ້ວ ນັກສຶກສາຍັງສາມາດເລືອກຮຽນໃນໜວດວິຊາເລືອກຈຳນວນ 4 ໜ່ວຍກິດ.
|
ລ/ດ |
ລະຫັດວິຊາ |
ຊື່ວິຊາ |
|
12 |
MFAP301 |
ການວິເຄາະຄວາມເປັນໄປໄດ້ທາງດ້ານການເງິນຂອງໂຄງການ(Financial
Feasibility Analysis of the Project) |
|
13 |
MFA302 |
ບັນຊີການເງິນ (Financial
Accounting) |
|
14 |
MAP303 |
ປະເມີນຊັບສິນ (Asset valuation) |
|
15 |
MBM304 |
ບໍລິຫານສິນເຊື່ອທະນາຄານທຸລະກິດ (Business Bank
Credit Management) |
|
16 |
MBM305 |
ການຕະຫຼາດທະນາຄານ (Bank Marketing) |
|
17 |
MEB107 |
ພາສາອັງກິດສຳລັບການທະນາຄານ (English for Finance and Banking) |
|
ລວມ |
||
ເພີ່ມຄວາມຄິດເຫັນໃໝ່