ກອງປະຊຸມໃຫຍ່ ຄັ້ງທີ IV

ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ສະຖາບັນການທະນາຄານ

ໃນຕອນເຊົ້າຂອງ ວັນທີ 20 ກັນຍາ 2024 ນີ້ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຂຶ້ນຈຸດປະສົງເພື່ອສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ໄລຍະ2020 – 2024 ແລະ ວາງແຜນຈັດຕັ້ງປະຕິບັດ ໃນຕໍ່ໜ້າໄລຍະ ປີ 2024-2028, ພ້ອມທັງຄັດເລືອກຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໂດຍໃຫ້ກຽດເຂົ້າຮ່ວມaເປັນຄະນະປະທານຂອງ ສະຫາຍ ປອ ນາງ ທອນມີ ແກ້ວກິນນາລີ ເລຂາຄະ ນະພັກຮາກຖານ ສະຖາບັນການທະນາຄານ ແລະ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມທະ ນາຄານແຫ່ງ ສປປລາວ.

ກອງປະຊຸມຄັ້ງນີ້ ໄດ້ຮັບຮອງບົດລາຍການເມືອງ ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ສະຖາບັນການທະນາຄານ ແລະ ທິດທາງແຜນການ 05 ປີ ຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານຊາວໜຸ່ມຮາກຖານໃນໄລຍະ ປີ ຜ່ານມາ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກ ຂອງຊາວໜຸ່ມ. ກອງປະຊຸມໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ຈຳ ນວນ 09 ສະຫາຍ ຕາມກົດລະບຽບ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ.

ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະພັກຮາກຖານ ແລະ ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມ ທະນາຄານແຫ່ງ ສປປລາວ ເຊິ່ງສະແດງເຖິງຄວາມເປັນຫ່ວງເປັນໄຍຕໍ່ກັບວຽກງານຊາວໜຸ່ມໃນຍຸກສະໄໝໃໝ່ ໂດຍສະເພາະຊາວໜຸ່ມສະຖາບັນການທະນາຄານລວມທັງຊາວໜຸ່ມພະນັກງານຄູ-ອາຈານ ແລະ ນັກສຶກສາ ໃຫ້ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດສິນທຳປະຕິວັດ ແລະ ຈັນຍາບັນໃນວິຊາຊີບ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.

ຂຽນຂ່າວໂດຍ : ນ. ຈັນທິດາ ເຄນນະວົງ

ຖ່າຍພາບໂດຍ : ນ. ແພນນີ້ ສຸດທະວົງ