ໃນວັນທີ 24-26 ກັນຍາ 2024 ຄະນະຫໍສະໝຸດສະຖາບັນການທະນາຄານຫໍສະໝຸດທະນາຄານເເຫ່ງ ສປປ ລາວ ພ້ອມດ້ວຍປະທານສະມາຄົມຫໍສະໝຸດລາວ ພ້ອມດ້ວຍຄະນະທີ່ເປັນສະມາຊິກ ຈໍານວນ 07 ທ່ານ ໄປຮ່ວມປະຊຸມສຳມະນາເເລກປ່ຽນບົດຮຽນ ຢູ່ມະຫາວິທະຍາໄລມະຫາສາລະຄາມປະເທດໄທ.

ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ຣສ. ດຣ ພັນຈັນທິບ ການຈະນະສິນ ຮອງອະທິການບໍດີ ຝ່າຍວິຊາການ ເເລະ ວັດຕະກຳການຮຽນຮູ້ ຣສ. ດຣ ລັດຕະນະໂຊດ ທຽນມຸງຄຸນຜອ ສຳນັກວິທະຍາບໍລິການ ພ້ອມດ້ວຍຄະນະຜູ້ອຳນວຍການ ເເລະ ພະນະນັກງານຂອງສຳນັກວິທະຍາບໍລິການ (ຫໍສະໝຸດ ມມສ)ບົດຮຽນຄັ້ງນີ້ໄດ້ຮຽນຮູ້ວຽກວຽກງານບໍລິການຫໍສະໝຸດຮູ້ພາລະບົດບາດໜ້າວຽກຂອງເເຕ່ລະໜ່ວຍງານ ເເລະ ໄດ້ເຫັນຕົວຈິງກ່ຽວກັບໜ້າວຽກບໍລິການວຽກຂອງຫໍສະໝຸດຫຼັກໆເຊັ່ນ: ການບໍລິການຢືມສົ່ງການບໍລິການຕອບຄຳຖາມ ເເລະ ຊ່ວຍຄົ້ນຫາງານບໍລິການໃຫ້ວິຊາການຊຸມຊົນງານໃຫ້ການສຶກສາໃຫ້ເເກ່ຜູ້ບໍລິການງານສົ່ງເສີມໃຫ້ເເກ່ຜູ້ບໍລິການງານຈັດຫາຄວາມຮູ້ງານຝຶກອົບຮົມ, walai Autolib mobile, smart book drop, AI chat Library gemini, chat GPT, Mid journey, smart locker, Document delivery service ການບໍລິການຢືມໜັງສືຂ້າມໜ່ວຍບໍລິການຕຶກເກົ່າຕ້ອງການໜັງສືຢູ່ຕຶກໃໝ່ບໍຕ້ອງເອົາເອງ ເເມ່ນທາງຫໍສະໝຸດຊອກຄົ້ນໃຫ້ ເເລະ ໃຫ້ບໍລິການກັບທີ່, smart locker ແມ່ນຕູ້ທີ່ຮັບຄືນດ້ວຍລະບົບ walai ໂດຍອະໂຕມັດໃຫ້ຢືມໄດ້24ຊົ່ວໂມງການບໍລິການຢືມສົ່ງເອງໂດຍຜ່ານຕູ້ກຸມງານພັດທະນາລະບົບເຕັກໂນໂລຊີ, digtal learning park ເເມ່ນພື້ນທີ່ໃຫ້ບໍລິການອ່ານພື້ນທີ່ຮຽນຮູ້ສະບາຍພື້ນທີ່ເເລກປ່ຽນຄວາມຮູ້ພື້ນທີ່ເອເລັກໂທນິກພື້ນທີ່ໃຫ້ບໍລິການອ່ານໜັງສື 24 ຊົ່ວໂມງບໍລິການຫ້ອງເຕັ້ນ 24 ຊົ່ວໂມງມີຫ້ອງເບີ່ງໜັງຫ້ອງຫຼີ້ນເກມ ເເລະ ອື່ນໆນອກຈາກນີ້ເເລ້ວຍັງຢ້ຽມຊົມພິຕະພັນເຫັດຂອງມະຫາວິທະຍາໄລພິພິຕະພັນວັດທະນາທຳທ້ອງຖິ່ນພາກຕາເວັນອອກສ່ຽງເໜືອຂອງໄທຫໍສະໝຸດຄະນະສຶກສາສາດຢ້ຽມຊົມສະຖາບັນວິໄຈສິລະປະ ເເລະ ວັດທະນາທຳອີສານ ເເລະ ຢ້ຽມຊົມພິພະຕະພັນຂອງ ມະຫາວິທະຍາໄລມະຫາສາລະຄາມ ເຊີ່ງໄດ້ມຸມມອງດ້ານວຽກງານຫໍສະໝຸດເຖິງວຽກບໍລິການ ເເລະ ວຽກພິພິຕະພັນຫໍສະໝຸດ.

ຂຽນຂ່າວໂດຍ: ມີນາ ແພງຄຳມີ