1. ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາໂທ ສາຂາ ການບັນຊີ
ພາສາອັງກິດ: Master of Accounting Program
2. ຊື່ປະກາສະນິຍະບັດ
ພາສາລາວ: ປະກາສະນິຍະບັດປະລິນຍາໂທ ສາຂາ ການບັນຊີ
ພາສາອັງກິດ: Master of Accounting
3. ໜ່ວຍງານຮັບຜິດຊອບ
- ສະຖາບັນການທະນາຄານ, Banking Institute
- ພາກວິຊາການບັນຊີ ແລະ ການກວດສອບ : Accounting
and Auditing Division,
ເບີໂທຕິດຕໍ່
: 856-021770916, ແຟັກ:
856-770967, 020 22221059
4. ປັດຊະຍາ
ຫຼັກສູດທີ່ສ້າງຂຶ້ນແນໃສ່ເພື່ອສ້າງບຸກຄະລາກອນໃຫ້ມີທັກສະ ແລະ ຄວາມຮູ້ຢ່າງເລິກເຊິ່ງທາງດ້ານ ການບັນຊີ ແລະ ການກວດສອບ ເພື່ອໃຫ້ກາຍເປັນນັກວິຊາການທີ່ເຂັ້ມແຂງທາງດ້ານຫຼັກການວິຊາການ, ສາມາດເປັນນັກການບັນຊີ-ການເງິນ ແລະ ນັກກວດສອບ, (ບັນຊີວິສາຫະກິດ ແລະ ບັນຊີທະນາຄານ) ສາມາດວິເຄາະປະເມີນຜົນການດໍາເນີນງານ, ການເຮັດທຸລະກໍາທາງການເງິນລວມເຖິງການລົງທຶນຕ່າງໆ. ມີຄຸນນະທຳ, ຈະລິຍະທຳ, ຄວາມຊື່ສັດ ແລະ ຄວາມຮັບຜິດຊອບໃນການພັດທະນາອົງກອນບໍ່ວ່າຈະປະກອບອາຊີບໃນພາກລັດ ຫຼື ເອກະຊົນ ລວມທັງເປັນຜູ້ປະກອບທຸລະກິດທີ່ດີໃນສັງຄົມໄດ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.
5. ຈຸດປະສົງ
1) ສະຖາບັນການທະນາຄານຈະກໍ່ສ້າງ ພະນັກງານ ດ້ານການບັນຊີ ແລະ ການກວດສອບ, ຜູ້ເຂົ້າສຶກສາ ປະລິນຍາໂທ ສາຂາ ການບັນຊີ ໃຫ້ໄປຕາມແນວທາງຂອງກະຊວງສຶກສາທິການ ແລະ ກີລາ ໂດຍສອດຄ່ອງຕາມເນື້ອໃນຂອງ 3 ລັກສະນະ ແລະ 5 ຫຼັກມູນການສຶກສາແຫ່ງຊາດ.
2) ເພື່ອກໍ່ສ້າງນັກສຶກສາຍົກລະດັບຄວາມຮູ້ທາງດ້ານທິດສະດີ, ການຈັດຕັ້ງປະຕິບັດຕົວຈິງ,ໃຫ້ຜູ້ເຂົ້າສຶກສາ ເພື່ອເປັນຄວາມຮູ້ນໍາໃຊ້ເຂົ້າໃນການປະກອບອາຊີບ, ມີແນວຄິດສ້າງສັນ, ຮູ້ວິທີແກ້ໄຂບັນຫາກ່ຽວກັບວຽກງານການບັນຊີ ແລະ ການກວດສອບ.
3) ຜູ້ເຂົ້າສຶກສາທີ່ຈົບຈາກສາຂານີ້ສາມາດໄປສຶກສາຕໍ່ສາຂາທີ່ກ່ຽວຂ້ອງໃນລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
6. ຄາດຫມາຍຜົນການຮຽນ
1) ດ້ານຄວມຮູ້
- ມີຄວາມຮູ້ຄວາມເຂົ້າໃຈເລິກເຊິ່ງກ່ຽວກັບການບັນຊີ, ການກວດສອບ ແລະ ຄວາມຮູ້ດ້ານການຄົ້ນຄວ້າໃນຂົງເຂດວຽກງານບັນຊີ.
- ເຊື່ອມໂຍງ ຜຸ້ເຂົ້າສຶກສາທີ່ຮຽນຈົບສາຂານີ້ສາມາດຕໍ່ຍອດການສຶກສາໃນລະດັບທີ່ສູງກວ່າໄດ້.
2) ດ້ານທັກສະ
- ສະແດງ ຜູ້ເຂົ້າສຶກສາ ສາມາດນໍາສະເໜີບັນຫາກ່ຽວກັບ ການບັນຊີ ແລະ ການກວດສອບໃນການປະຕິບັດວຽກງານຕົວຈິ່ງໃຫ້ສອດຄ່ອງກັບລະບຽບຫລັກການ.;
- ການດຳເນີນ ຜູ້ເຂົ້າສຶກສາມີຄວາມສາມາດໃນການຄົ້ນຄວ້າວິໄຈທາງດ້ານປະລິມານ ແລະ ຄຸນນະພາບກ່ຽວກັບການບັນຊີ ແລະ ການກວດສອບ ເພື່ອເຮັດໃຫ້ການຄົ້ນຄວ້າຮັບຮູ້ວິຊາສະເພາະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ;
3) ດ້ານການນໍາໃຊ້
- ດ້ານການນໍາໃຊ້: ສາມາດນໍາໃຊ້ຄວາມຮູ້, ຄວາມສາມາດຮັບໃຊ້ວຽກງານດ້ານບັນຊີໃນຂົງເຂດ ຫົວໜ່ວຍທຸລະກິດ, ພາກລັດ ແລະ ເອກະຊົນ;
- ວິເຄາະ ສາມານໍາໃຊ້ຄວາມຮູ້, ຄວາມສາມາດ ໃນການວິເຄາະບັນຫາຕ່າງໆ ທີ່ເກີດຂຶ້ນກ່ຽວກັບການບັນຊີ ແລະ ການກວດສອບ ເພື່ອຊອກຫາສາເຫດ ແລະ ສະເໜີວິທີການແກ້ໄຂໃຫ້ສອດຄ່ອງກັບລະບຽບ, ຫລັກການທີ່ກໍານົດໄວ້.
4) ດ້ານທັກສະທາງສັງຄົມ
- ປະຕິບັດຜູ້ທີ່ຮຽນຈົບຈະນໍາໃຊ້ຄວາມຮູ້ຂອງຕົນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຮັບໃຊ້ສັງຄົມ ໃຫ້ສອດຄ່ອງກັບລະບຽບ, ກົດໝາຍ ເພື່ອຜົນປະໂຫຍດລວມຂອງສັງຄົມ;
- ສະແດງ ມີສາມາດໃນການພົວພັນ-ສື່ສານ ແລະ ເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ການແກ້ໄຂບັນຫາທີ່ເກີດຂຶ້ນໃນຕົວຈິງໃຫ້ມີປະສິດທິພາບ, ຜັນຂະຫຍາຍທັກສະ ແລະ ຫຼັກການຮຽນຮູ້ຕະຫຼອດຊິວິດ ແລະ ການປະຕິບັດວຽກງານ, ໃຫ້ມີນໍ້າໃຈຮັກອາຊີບ, ການແບ່ງປັນ, ການຖ່າຍທອດຄວາມຮູ້ ສົ່ງເສີມ, ພັດທະນາ ແລະ ຍົກລະດັບວິຊາຊີບການບັນຊີ ແລະ ການກວດສອບ ໃຫ້ແກ່ສັງຄົມ.
9. ເງື່ອນໄຂ ຂອງຜູ້ເຂົ້າສຶກສາ
ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາ
ທີ່ທາງສະຖາບັນການທະນາຄານ ວາງອອກ:
1.
ນັກສຶກສາທີ່ຮຽນຈົບປະລິນຍາຕີ ສາຂາ ການບັນຊີ, ການບັນຊີແລະກວດສອບ, ການເງິນ, ການທະນາຄານ ແລະ ການເງິນຈຸລະພາກ ທີ່ຍັງບໍ່ທັນມີປະສົບການໃນການເຮັດວຽກງານ ຕ້ອງມີຄະແນນ B ຂຶ້ນໄປ (ຄະແນນສະເລ່ຍສະສົມ);
2.
ນັກສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີ ໃນ ສາຂາວິຊາ : ການເງິນ, ການບັນຊີ, ການກວດສອບ, ໂດຍມີຄະແນນສະເລ່ຍສະສົມ 3,00 ຂຶ້ນໄປ. ສຳລັບນັກສຶກສາ ທີມີຄະແນນສະເລ່ຍສະສົມຕ່ຳກວ່າ 3,00 ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ.
3.
ສຳລັບພະນັກງານ ຜູ້ທີ່ຮຽນຈົບປະລິນຍາຕີໃນສາຂາວິຊາອື່ນໆ ທີ່ບໍ່ກ່ຽວຂ້ອງໂດຍກົງກັບວິຊາທີ່ຈະເຂົ້າສຶກສາ ຕ້ອງມີປະສົບການໃນການເຮັດວຽກທີ່ກ່ຽວຂ້ອງກັບສາຂາວິຊາທີຈະເຂົ້າສຶກສາ ຢ່າງໜ້ອຍ 3 ປີ ຂຶ້ນໄປ ແລະ ມີຄະແນນ C+ ຂຶ້ນໄປ (ຄະແນນຄະເລ່ຍສະສົມ) ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ ຈາກກົມກອງ ທີ່ຜູ້ກ່ຽວສັງກັດຢູ່ໃນປັດຈຸບັນ;
4.
ນັກສຶກສາທີ່ສຳເລັດການສຶກສາລະດັບປະລິນຍາຕີ ທີ່ບໍ່ແມ່ນ ສາຂາ ການບັນຊີ, ການບັນຊີແລະກວດສອບ, ການເງິນ, ການທະນາຄານ ແລະ ການເງິນຈຸລະພາກ ຕ້ອງໄດ້ລົງທະບຽນຮຽນໝວດວິຊາພື້ນຖານ ທີ່ຈຳເປັນຂອງສາຂາວິຊາຫຼັກສູດລະດັບປະລິນຍາໂທ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດດັ່ງກ່າວ;
5. ນັກສຶກສາທີ່ຈະເຂົ້າຮຽນຕ້ອງໄດ້ຜ່ານການສອບເສັງ ແລະ ສຳພາດ ຄັດເລືອກຕາມລະບຽບການທີ່ ສທຄ ໄດ້ກຳນົດໄວ້ ຢ່າງເຂັ້ມງວດ;
10. ການຈັດຕັ້ງການຮຽນ-ການສອນ
ເປີດການຮຽນ-ການສອນ ບໍ່ເຕັມເວລາ 7-8 ຊົ່ວ ໂມງຕໍ່ມື້ ໃນວັນເສົາ ແລະ ວັນອາທິດ ແມ່ນເລີ່ມແຕ່ 8:00 ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ.
ນອກຈາກການຈັດຕັ້ງການຮຽນການສອນ ແມ່ນຈະໄດ້ຈັດຕັ້ງແບບໂມດູນ ແລະ ຮູບແບບການຮຽນແມ່ນຮຽນເຊິ່ງໜ້າທັງໝົດໃນຫ້ອງຮຽນ ຫລື ຮຽນແບບປະສົມຄື : ຮຽນແບບເຊິ່ງໜ້າ ແລະ ຮຽນທາງໄກ.
11. ໄລຍະເວລາການສຶກສາ
ໃຊ້ເວລາຮຽນ 2 ປີ, ຊຶ່ງແບ່ງອອກເປັນ
4 ພາກຮຽນ ແລະ ສາມາດຮັກສາສະຖານະພາບເປັນນັກສຶກສາໄດ້ສູງສຸດ 1 ປີ
(2 ພາກຮຽນ).
12. ເນື້ອໃນໂຄງສ້າງຂອງຫຼັກສູດ
12.1 ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ
ແບ່ງອອກເປັນ 3 ໜວດວິຊາ ດັ່ງນີ້:
1) ໝວດວິຊາບັງຄັບ: 26 ໜ່ວຍກິດ
2) ວິທະຍານິພົນ: 16 ໜ່ວຍກິດ
3) ໝວດວິຊາເລືອກ: 04 ໜ່ວຍກິດ
ລວມໜ່ວຍກິດທັງໝົດແມ່ນ 46 ໜ່ວຍກິດ
12.2 ການຈັດແບ່ງລາຍວິຊາຮຽນ ໃນແຕ່ລະໝວດວິຊາ
13.2.1. ລະຫັດວິຊາ
ລາຍວິຊາໃນຫຼັກສູດຈະມີລະຫັດນຳໜ້າຊື່ວິຊາໂດຍໃຊ້ແທນຕົວອັກສອນ,ຕົວເລກ ແລະ ມີຄວາມໝາຍດັ່ງນີ້ :
AAD ວິຊາທີ່ຮັບຜິດຊອບໂດຍ ພາກວິຊາການບັນຊີ ແລະ ການກວດສອບ (Accounting and Auditing Division)
1) ໝວດວິຊາບັງຄັບ
ໜວດວິຊາບັງຄັບໃນຫຼັກສູດປະລິນຍາໂທ ສາຂາ ການບັນຊີ ປະກອບມີ 26 ໜ່ວຍກິດຄື:
ກ. ໝວດວິຊາພື້ນຖານວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
1 |
AAD 101 |
ແນວທາງການເມືອງຂອງ ສປປ ລາວ
(Lao Political Ideology) |
|
2 |
AAD 102 |
ວິເຄາະການດຳເນີນທຸລະກິດ (Business Activity Analysis ) |
|
3 |
AAD 103 |
ກົດໝາຍການບັນຊີ ແລະ ການກວດສອບ (Accounting and
Audit Laws ) |
|
4 |
AAD 104 |
ການບັນຊີສຳລັບພາກທຸລະກິດ (Accounting
for Business |
|
5 |
AAD 105 |
ການຄົ້ນຄ້ວາວິທະຍາສາດ ສໍາລັບການບັນຊີ (Research
Methodology in Accounting) |
|
ລວມ |
||
ຂ. ໝວດວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
6 |
AAD
201 |
ເຕັກໂນໂລຊີຂໍ້ມູນຂ່າວສານສຳລັບວິຊາຊີບັນຊີ(Information Technology for Professional
Accounting) |
|
7 |
AAD 202 |
ການບັນຊີການເງິນລົງເລິກ (Advanced Financial Accounting) |
|
8 |
AAD 203 |
ການບັນຊີບໍລິຫານລົງເລິກ (Advanced
Managerial) Accounting |
|
9 |
AAD 204 |
ການກວດສອບ ແລະ ການຄວບຄູມພາຍໃນ (Audit and Internal Control) |
|
10 |
AAD 205 |
ການກວດສອບບັນຊີ ແລະ ການໃຫ້ຄວາມເຊື່ອໝັ້ນ Auditing and and Assurance
Services |
|
ລວມ |
||
2) ໜວດຄົ້ນຄວ້າ ແລະ ວິທະຍານິພົນ (Thesis)
|
ລ/ດ |
ລະຫັດວິຊາ |
ວິຊາ |
|
11 |
AAD 301 |
ສຳມະນາ (Seminar) |
|
12 |
AAD 302 |
ບົດວິທະຍານິພົນ (Thesis) |
|
ລວມ |
||
3) ໝວດວິຊາເລືອກ
ຜູ້ທີ່ສຶກສາໃນຫຼັກສູດການບັນຊີ ນີ້ ນອກຈາກຮຽນໃນວິຊາບັງຄັບ ແລະ ໜວດວິຊາສະເພາະແລ້ວ ນັກສຶກສາຍັງສາມາດເລືອກຮຽນໃນໜວດວິຊາເລືອກຈຳນວນ 4 ໜ່ວຍກິດ.
|
ລ/ດ |
ລະຫັດວິຊາ |
ຊື່ວິຊາ |
|
13 |
AAD 401 |
ການບໍລິຫານການເງິນຂັ້ນສູງ Advanced Financial Managerment |
|
14 |
AAD 402 |
ການວິເຄາະລາຍງານການເງິນຂັ້ນສູງ Financial Reporting |
|
15 |
AAD 403 |
ການເງິນ ແລະ ການທະນາຄານ(Financ and Banking) |
|
16 |
AAD 404 |
ການຄວບຄຸມ ແລະ ການໃຫ້ຄວາມເຊື່ອໝັ້ນລະບົບເຕັກໂນໂລຊີຂໍ້ມູນຂ່າວສານ(Information Technology Systems Control and Assurance) |
|
17 |
AAD
405 |
ພາສາອັງກິດສຳລັບການບັນຊີ ແລະ ການເງິນ(English for Accounting and Financing) |
|
18 |
AAD
406 |
ມາດຕະຖານການບັນຊີ (Accounting Standard) |
|
ລວມ |
||
ເພີ່ມຄວາມຄິດເຫັນໃໝ່