1. ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາໂທ ການເງິນ-ການທະນາຄານ
ສາຂາ: ການທະນາຄານ
ພາສາອັງກິດ: Master of Finance and Banking Program
Major:
Banking
2. ຊື່ປະກາສະນິຍະບັດ
ພາສາລາວ: ປະກາສະນິຍະບັດປະລິນຍາໂທ ການເງິນ-ການທະນາຄານ
ສາຂາ: ການທະນາຄານ
ພາສາອັງກິດ: Master of Finance and Banking
Major: Banking
3. ໜ່ວຍງານຮັບຜິດຊອບ
ພາກວິຊາການທະນາຄານ ສະຖາບັນການທະນາຄານ
ເບີໂທຕິດຕໍ່: 856- 021770916, ແຟັກ: 856
– 770967
ເບີໂທຜູ້ຮັບຜິດຊອບ: 020 92884441
4. ປັດຊະຍາ
ເພື່ອສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານວຽກງານທະນາຄານ ເພື່ອ ໃຫ້ກາຍເປັນນັກວິຊາການທີ່ມີຄວາມເຂັ້ມແຂງທາງດ້ານຫຼັກວິຊາການ, ສາມາດວິເຄາະປະເມີນຜົນການດໍາເນີນງານ, ການເຮັດທຸລະກໍາທາງທະນາຄານ ລວມເຖີງການລົງທຶນຕ່າງໆ, ສາມາດວິໄຈ ແລະ ປະຍຸກໃຊ້ເທັກໂນໂລຊີໄດ້ຢ່າງ ເໝາະສົມ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.
5. ຈຸດປະສົງ
1)
ເພື່ອສ້າງບຸກຄະລາກອນທີ່ສາມາດປະຕິບັດໜ້າທີ່ຕ່າງໆຢ່າງມີຄຸນນະທຳ, ຈະລິຍະທຳ, ຄວາມຊື່ສັດ ແລະ ຄວາມຮັບຜິດຊອບ ໂດຍສອດຄ່ອງຕາມເນື້ອໃນຂອງ 3 ລັກສະນະຊາດ ແລະ 5 ຫລັກມູນການສຶກສາແຫ່ງຊາດ;
2)
ເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານວຽກງານທະນາຄານ, ການຄຸ້ມຄອງ ແລະ ບໍລິຫານທະນາຄານ ເພື່ອໃຫ້ກາຍເປັນນັກວິຊາການທີ່ເຂັ້ມແຂງທາງດ້ານຫຼັກວິຊາການ;
3)
ເພື່ອສ້າງບຸກຄະລາກອນທີ່ສາມາດເຮັດວິໄຈ ແລະ ປະຍຸກໃຊ້ເທັກໂນໂລຊີໄດ້ຢ່າງເໝາະສົມ ຕະຫຼອດຈົນສາມາດເຜີຍແຜ່ຜົນງານວິຊາການໄດ້ເພື່ອເປັນພື້ນຖານໃນການສຶກສາຕໍ່ໃນລະດັບສູງຂື້ນ.
6. ຄາດຫມາຍຜົນການຮຽນ
- ມີຄວາມຮູ້, ຄວາມສາມາດ, ທັກສະໃນການບໍລິຫານທາງດ້ານທະນາຄານ ແລະ ມີຄວາມຮູ້ທາງດ້ານທັກສະພາສາອັງກິດ, ອະທິບາຍທິດສະດີ, ຫຼັກການທາງດ້ານການບໍລິຫານທະນາຄານໄດ້ຢ່າງຊຳນານເພື່ອໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາເສດຖະກິດໃນຍຸກຂອງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ;
- ພັດທະນາຄວາມຮູ້ດ້ານວິຊາສະເພາະເພື່ອໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານ ແລະ ການປະກອບກິດຈະການຢ່າງມີປະສິດທິພາບ.
Ø ດ້ານທັກສະ:
- ໄດ້ຮຽນຮູ້ ກ່ຽວກັບບໍລິຫານທະນາຄານ, ສາມາດເປັນມືອາຊີບໄດ້ໃນການບໍລິການ ແລະ ສາມາດເຮັດວຽກພາຍໃນ ແລະ ຕ່າງປະເທດທາງດ້ານການທະນາຄານ. ນຳໃຊ້ເຕັກໂນໂລຍີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດເຂົ້າໃນການປະຕິບັດໜ້າທີ່ວຽກງານ, ສົ່ງເສີມການບໍລິຫານທະນາຄານແບບມືອາຊິບ;
-
ດໍາເນີນການຮຽນຮູ້ຕະຫຼອດຊີວິດ, ສື່ສານຢ່າງມີປະສິດທິພາບໃນການນໍາສະເໜີແນວຄວາມຄິດທັງປາກເປົ່າ ແລະ ການຂຽນ ເຂົ້າໃນການເຮັດວຽກເປັນໝູ່ຄະນະໃນອົງການຈັດຕັ້ງຂອງຕົນ.
Ø ດ້ານການນໍາໃຊ້:
-
ສາມາດນໍາຄວາມຮູ້ ປະກອບອາຊີບດ້ວຍຕົນເອງ ຫຼື ເປັນລູກຈ້າງໃນຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ. ນຳໃຊ້ທິດສະດີການບໍລິຫານທະນາຄານເຂົ້າໄປໃນການປະຕິບັດໜ້າທີ່ວຽກງານຕົວຈິງຢ່າງມີປະສິດທິພາບ;
-
ດໍາເນີນການຄົ້ນຄວ້າດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ການບໍລິຫານທະນາຄານໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ;
-
ວິເຄາະບັນຫາທາງດ້ານທະນາຄານທີ່ຊັບຊ້ອນຢ່າງມີຫຼັກການເພື່ອໃຫ້ສອດຄ່ອງ ແລະ ທັນກັບສະພາບແວດລ້ອມທີ່ມີການປ່ຽນແປງໃໝ່ໃນແຕ່ລະໄລຍະ.
Ø ດ້ານທັກສະທາງສັງຄົມ:
-
ສາມາດເຮັດວຽກເປັນທີມງານໄດ້ໃນການບໍລິຫານທະນາຄານ ຮ່ວມກັບອົງການຫົວໜ່ວຍທຸລະກິດໄດ້ ແລະ ປະເມີນຄວາມຫຼາກຫຼາຍຂອງບັນຫາທາງດ້ານບໍລິຫານທະນາຄານໃຫ້ແກ່ພາກລັດ ແລະ ເອກະຊົນ ຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ;
-
ປະຕິບັດໜ້າທີ່ຢ່າງມີມະນຸດສໍາພັນດີ, ປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
7. ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາ
ທີ່ທາງສະຖາບັນການທະນາຄານວາງອອກ.
1)
ນັກສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີ ໃນສາຂາວິຊາ ການທະນາຄານ ຫຼື ສາຂາວິຊາເສດຖະກິດຕ່າງໆ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ;
2)
ສຳລັບພະນັກງານທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຫຼື ພາກສ່ວນຕ່າງໆ ແມ່ນຕ້ອງຈົບໃນລະດັບປະລິນຍາຕີ ແລະ ມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີຂື້ນໄປ;
3)
ຖ້າເປັນພະນັກງານຕ້ອງໄດ້ຮັບອານຸຍາດ ແລະ ເຫັນດີ ຈາກກົມກອງທີ່ຕົນສັງກັດຢູ່;
4)
ມີຄວາມຮູ້ພາສາອັງກິດໃນລະດັບດີ,
ຮູ້ນໍາໃຊ້ຄອມພິວເຕີຢ່າງຄ່ອງແຄ້ວ ສາມາດຄົ້ນຫາຂໍ້ມູນຂ່າວສານ ເພື່ອຮອງຮັບການສຶກສາດ້ວຍຕົນເອງ.
8. ການຈັດຕັ້ງການຮຽນ-ການສອນ
ຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາ ການທະນາຄານ ເປັນຫຼັກສູດຈັດຕັ້ງການຮຽນ-ການສອນ ໃນວັນເສົາ ແລະ ວັນອາທິດ ຮຽນ 8 ຊົ່ວໂມງຕໍ່ມື້ ໂດຍເລີ່ມແຕ່ 8:00
ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ. 5 ເຖິງ 7 ຊົ່ວໂມງ ຕໍ່ມື້. ອາທິດໜຶ່ງ ຮຽນ 5 ມື້ ຄື ວັນຈັນ ເຖິງ ວັນສຸກ ເວລາ 17:00 ໂມງ ຫາ 20:30 ໂມງ ລວມມີ 16 ອາທິດ ຕໍ່ ໜຶ່ງພາກຮຽນ.
9. ໄລຍະເວລາການສຶກສາ
ຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາ ການທະນາຄານ ເປັນຫຼັກສູດໃຊ້ເວລາຮຽນ 2 ປີ, ຊຶ່ງແບ່ງອອກເປັນ
4 ພາກຮຽນ
ແລະ ສາມາດຮັກສາສະຖານະພາບເປັນນັກສຶກສາໄດ້ສູງສຸດ 1 ປີ
(2 ພາກຮຽນ).
10. ເນື້ອໃນໂຄງສ້າງຂອງຫຼັກສູດ
10.1 ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ
ແບ່ງອອກເປັນ 3 ໜວດວິຊາ ດັ່ງນີ້:
1) ໝວດວິຊາບັງຄັບ: 25 ໜ່ວຍກິດ
2) ວິທະຍານິພົນ: 17 ໜ່ວຍກິດ
3) ໝວດວິຊາເລືອກ: 4 ໜ່ວຍກິດ
ລວມໜ່ວຍກິດທັງໝົດແມ່ນ 46 ໜ່ວຍກິດ
03.2 ການຈັດແບ່ງລາຍວິຊາຮຽນ ໃນແຕ່ລະໝວດວິຊາ
1) ໝວດວິຊາບັງຄັບ
ໜວດວິຊາບັງຄັບໃນຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາ ການທະນາຄານ ປະກອບມີ 25 ໜ່ວຍກິດຄື:
ກ. ໝວດວິຊາພື້ນຖານວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
1 |
MLP101 |
ແນວທາງການເມືອງຂອງ ສປປ ລາວ
(Lao Political Ideology) |
|
2 |
MRM102 |
ການຄົ້ນຄ້ວາວິທະຍາສາດ (Research Methodology ) |
|
3 |
MMB103 |
ເງິນຕາ-ທະນາຄານ ແລະ ຕະຫຼາດການເງິນ (Money,
Banking and Financial Markets) |
|
4 |
MBA104 |
ບັນຊີທະນາຄານຂັ້ນສູງ (Advanced
Banking
Accounting) |
|
5 |
MAV105 |
ປະເມີນຊັບສິນ (Asset Valuation) |
|
ລວມ |
||
ຂ. ໝວດວິຊາສະເພາະ
|
ລ/ດ |
ລະຫັດວິຊາ |
ວິຊາ |
|
6 |
MBT111 |
ເທັກໂນໂລຊີ ການທະນາຄານ ແລະ ການເງິນ (Banking and Financial
Technology) |
|
7 |
MCM112 |
ການບໍລິຫານທະນາຄານທຸລະກິດ (Commercial Bank
Management) |
|
8 |
MEC113 |
ເສດຖາມິຕິ (Econometrics) |
|
9 |
MIF114 |
ການລົງທຶນ ແລະ ນະວັດຕະກໍາທາງການເງິນ (Investment and Financial
Innovation) |
|
10 |
MBR115 |
ການບໍລິຫານຄວາມສ່ຽງທະນາຄານທຸລະກິດ (Banking Risk Management) |
|
ລວມ |
||
2) ໜວດຄົ້ນຄວ້າ ແລະ ວິທະຍານິພົນ (Thesis)
|
ລ/ດ |
ລະຫັດວິຊາ |
ວິຊາ |
|
11 |
MSE211 |
ສຳມະນາ (Seminar ) |
|
12 |
MTH212 |
ບົດວິທະຍານິພົນ (Thesis) |
|
ລວມ |
||
3) ໝວດວິຊາເລືອກ
ຜູ້ທີ່ສຶກສາໃນຫຼັກສູດປະລິນຍາໂທການເງິນ-ການທະນາຄານ ສາຂາການທະນາຄານ ນີ້ ນອກຈາກຮຽນໃນວິຊາບັງຄັບ ແລະ ໜວດວິຊາສະເພາະແລ້ວ ນັກສຶກສາຍັງສາມາດເລືອກຮຽນໃນໝວດວິຊາເລືອກ ຈຳນວນ 4 ໜ່ວຍກິດ.
|
ລ/ດ |
ລະຫັດວິຊາ |
ຊື່ວິຊາ |
|
13 |
MBS301 |
ບໍລິຫານຍຸດທະສາດການທະນາຄານ (Banking Strategic Management) |
|
14 |
MIM302 |
ບໍລິຫານການເງິນລະຫວ່າງປະເທດ (International
Financial Management) |
|
15 |
MEB303 |
ຈັນຍາບັນດ້ານວິຊາຊີບໃນຂະແໜງການທະນາຄານ (Ethics in Banking) |
|
16 |
MAB304 |
ວິເຄາະການເຄື່ອນໄຫວທຸລະກິດທະນາຄານ (Analyze Banking
Business Activities) |
|
17 |
MEF305 |
ພາສາອັງກິດສຳລັບການທະນາຄານ (English for
Banking) |
|
18 |
MBK306 |
ການຕະຫຼາດທະນາຄານ (Bank Marketing) |
|
19 |
MBC307 |
ບໍລິຫານສິນເຊື່ອທະນາຄານທຸລະກິດ (Bank credit
Management) |
|
ລວມ |
||
ເພີ່ມຄວາມຄິດເຫັນໃໝ່