ໃນວັນທີ 13 ພຶດສະພາ 2025, ຄະນະຮັບຜິດຊອບການວິເຄາະຊ່ອງວ່າງຄວາມອາດສາມາດຂອງ ໃບຢັ້ງຢືນຈຸລະພາກ (Microcredentials
Capacity Gap Analysis Working Group) ພາຍໃຕ້ໂຄງການ “ສ້າງຄວາມເຂັ້ມແຂງທາງດ້ານສາກົນ ຂອງບັນດາມະຫາວິທະຍາໄລໃນອາຊີຕາເວັນອອກສຽງໃຕ້ ໂດຍຜ່ານການພັດທະນາຂອງ ໃບຢັ້ງຢືນຈຸລະພາກ ແລະ ການຮັບຮູ້ຂອງພວກເຂົາ (Strengthening the International Dimension of Universities in South-East Asia through the Development of Micro-Credentials and Their Recognition (MICRO4ASIA))" ໄດ້ຈັດກອງປະຊຸມອອນໄລນ໌ຄັ້ງທີ III ຂຶ້ນ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນ ກ່ຽວກັບຄວາມເປັນໄປໄດ້ໃນການພັດທະນາ ຫຼັກສູດຂອງໃບຢັ້ງຢືນຈຸລະພາກ (Micro-Credential) ໃນບັນດາສະຖາບັນການສຶກສາຊັ້ນສູງ ທີ່ເປັນສະມາຊິກ (ລວມມີ ສທຄ) ໃນ ສປປ ລາວ ແລະ ສສ ຫວຽດນາມ.
ໂຄງການ MICRO4ASIA (ເລກອ້າງອີງຂອງໂຄງການ 101179428) ໄດ້ຮັບການສົມທົບທຶນຈາກ ໂຄງການ ERASMUS+, ເພື່ອສົ່ງເສີມການຫັນເປັນສາກົນຂອງສະຖາບັນການສຶກສາຊັ້ນສູງໃນອາຊີຕາເວັນອອກສ່ຽງໃຕ້.
____________________________________________________________________
On 13 May 2025, MICRO4ASIA partners came together for an insightful session of the Micro-credentials Capacity Gap Analysis Working Group!
The team explored potential Micro-credential courses to be developed and identified key course features that will need further brainstorming. Collaboration is in full swing.
This is part of the MICRO4ASIA project (Project ref. 101179428) co-funded by the Erasmus+ Programme, supporting the internationalization of higher education in South-East Asia.
ສາມາດເຂົ້າເບິ່່ງລາຍລະອຽດໄດ້ທີ່ https://www.micro4asia.eu/
ເພີ່ມຄວາມຄິດເຫັນໃໝ່