ວັນທີ 15 ຫາ 18 ກັນຍາ 2025, ຄະນະຕາງຫນ້າຈາກ ສະຖາບັນການທະນາຄານ ຈໍານວນ 05 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ (Workshop) ໃນຫົວຂໍ້: “ການແນະນໍາກ່ຽວກັບການຮັບຮູ້ຂອງໃບຢັ້ງຢືນຈຸລະພາກໃນເອີຣົບ (An Introductory workshop on recognition of micro-credentials in Europe)” ທີ່ ມະຫາວິທະຍາໄລ ມາຊາຣິກ (Masaryk University “MUNI”), ປະເທດ ສ. ເຊັກ. Workshop ດັ່ງກ່າວແມ່ນນອນໃນກຸ່ມວຽກທີ 4 (WP4) ຂອງໂຄງ MICRO4ASIA.
ຕະຫລອດໄລຍະເວລາ 4 ວັນ, ສະມາຊິກພາຍໃນຂອງໂຄງການທັງຫມົດໄດ້ປຶກສາຫາລືກັນ ກ່ຽວກັບກົນໄກການຮັບຮູ້ທົ່ວໄປຂອງ EU, ສສ ຫວຽດນາມ ແລະ ສປປ ລາວ. ພວກເຮົາໄດ້ເຮັດວຽກແບ່ງອອກເປັນຫຼາຍກຸ່ມ 👫, ໂດຍການເລີ່ມເກັບກຳຂໍ້ມູນເພື່ອວິເຄາະປຽບທຽບ 🧑‍💻 ແລະ ປຶກສາຫາລືທາງດ້ານວິຊາການກ່ຽວກັບກົນໄກການຮັບຮູ້ທົ່ວໄປ 🔧.
ນອກຈາກນັ້ນ, ພວກເຮົາຍັງໄດ້ຈັດບາງກິດຈະກໍາໃນການສ້າງທີມງານ ແລະ ມີນັກວິຊາການຈາກ Microcasa ທີ່ໄດ້ມາແບ່ງປັນ ແລະ ໃຫ້ຄວາມຮູ້ເພີ່ມເຕີມກ່ຽວກັບການຢັ້ງຢືນຈຸນລະພາກ!
ຂໍຂອບໃຈເປັນຢ່າງສູງມາຍັງຄູ່ຮ່ວມງານທັງຫມົດສໍາລັບການເຮັດວຽກ ແລະ ການອຸທິດຕົນເພື່ອໂຄງການ
From 15 to 18 September 2025, 05 BI representatives participated in✨an Introductory workshop on recognition of micro-credentials in Europe✨, a part of WP4 hosted by MUNI.
During the 4 days we discussed the common recognition mechanisms in EU 🇪🇺, Vietnam 🇻🇳, and Laos 🇱🇦, did a lot of work in groups 👫, started collecting data for comparative analysis 🧑‍💻 and debated on technical implementation of common recognition mechanisms 🔧.
We even managed some teambuilding activities and enjoyed a guest appearance by our friends from Microcasa!
A big thanks to all partners for their hard work and dedication to the MICRO4ASIA project. ❤️