ຄະນະຕາງໜ້າຂອງສະຖາບັນການທະນາຄານ
ຈໍານວນ 05 ທ່ານ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາ ແລະ ກອງປະຊຸມປະຈໍາປີຄັ້ງທໍາອິດ ຂອງໂຄງການ
MICRO4ASIA (ທີ່ຢູ່ພາຍໃຕ້ໂຄງການ ERASMUS+) ໃນວັນທີ 24 – 29 ພະຈິກ 2025 ທີ່ ມະຫາວິທະຍາໄລ Dubrovnik, Croatia – ພາບລວມຂອງກອງປະຊຸມໃນໄລຍະ
6 ວັນທີ່ຜ່ານມາ ມີຄື:
ກອງປະຊຸມໂຄງການ MICRO4ASIA ທີ່ ມະຫາວິທະຍາໄລ Dubrovnik, Croatia ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໂດຍໄດ້ນຳເອົາເຄືອຂ່າຍບັນດາມະຫາວິທະຍາໄລຈາກ
ສສ ຫວຽດນາມ, ສປປ ລາວ ແລະ
ເອີຣົບເຂົ້າດ້ວຍກັນ, ເຊິ່ງໄດ້ມີຕົວແທນຈາກບັນດາພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ:
Ø ຕົວແທນຂອງບັນດາມະຫາວິທະຍາໄລຈາກ
ສປປ ລາວ
ປະກອບມີ:
1) ສະຖາບັນທະນາຄານ (BI), 2)ມະຫາວິທະຍາໄລແຫ່ງຊາດລາວ
(NUOL) ແລະ 3) ມະຫາວິທະຍາໄລຈໍາປາສັກ (CU)
Ø ຕົວແທນຂອງບັນດາມະຫາວິທະຍາໄລຈາກ
ສສ ຫວຽດນາມ ປະກອບມີ: 1) ມະຫາວິທະຍາໄລເສດຖະກິດ ນະຄອນໂຮ່ຈິມິນ
(UEH), 2) ມະຫາວິທະຍາໄລ ທະນາຄານນະຄອນໂຮ່ຈິມິນ (BUH) ແລະ 3) ມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU)
Ø ຕົວແທນຂອງບັນດາມະຫາວິທະຍາໄລຈາກ
EU ປະກອບມີ: 1) ມະຫາວິທະຍາໄລ Masaryk (ສາທາລະນະລັດເຊັກ), 2) ມະຫາວິທະຍາໄລ Dubrovnik (ໂຄຣເອເຊຍ), 3) ມະຫາວິທະຍາໄລ Siena (ອິຕາລີ) ແລະ 4) ສະຖາບັນການສຶກສາຊັ້ນສູງ – IHF (ເບວຢຽມ)
ມື້ທີ 1 – ການວາງທິດທາງ ແລະ
ການກຳນົດສະພາບການຕ່າງໆ
ຄູ່ຮ່ວມງານຕ່າງໆໄດ້ແບ່ງປັນການອັບເດດສະພາບການ
ແລະ ສະທ້ອນເຖິງຄວາມເຂົ້າໃຈທີ່ໄດ້ຮັບຈາກກອງປະຊຸມທົບທວນຄືນພາຍໃນເດືອນ ກັນຍາ ແລະ ຕຸລາ
ທີ່ຜ່ານມາ. ກອງປະຊຸມໄດ້ມີຄວາມຄາດຫວັງ, ເປົ້າໝາຍທີ່ຊັດເຈນ ແລະ
ກຳນົດທິດທາງສຳລັບວາລະການເຮັດວຽກໃນອະນາຄົດ.
ມື້ທີ 2 – ກອງປະຊຸມຕາມວາລະ
ຜູ້ເຂົ້າຮ່ວມໄດ້ເຂົ້າຮ່ວມໂດຍການແບ່ງກຸ່ມທີ່ອີງໃສ່ລາຍວິຊາ
(ເຊັ່ນ: ເສດຖະສາດ, ການເງິນ ແລະ ເຕັກໂນໂລຊີ)
ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບຜູ້ໃຫ້ຄຳປຶກສາຂອງເອີຣົບ ເພື່ອປັບປຸງວຽກງານຕ່າງໆເຊັ່ນ:
- ໂຄງສ້າງຫຼັກສູດ
- ຍຸດທະສາດການສິດສອນ
- ຮູບແບບການປະເມີນຜົນ
ກອງປະຊຸມເຫຼົ່ານີ້ໄດ້ຊ່ວຍເສີມສ້າງຄວາມສອດຄ່ອງທາງດ້ານວິຊາການ
ແລະ ສົ່ງເສີມການຮ່ວມມືຂອງແຕ່ລະສະຖາບັນ.
ມື້ທີ 3 – ທົບທວນຫຼັກສູດໃບຢັ້ງຢືນຈຸນລະພາກ
ແຕ່ລະສະຖາບັນໄດ້ນຳສະເໜີ
ແລະ ປັບປຸງຮ່າງຫຼັກສູດໃບຢັ້ງຢືນຈຸນລະພາກຂອງຕົນດ້ວຍຄຳແນະນຳຈາກຜູ້ຊ່ຽວຊານຂອງເອີຣົບ.
ການສົນທະນາໄດ້ສຸມໃສ່ການປັບປຸງຜົນໄດ້ຮັບການຮຽນຮູ້, ການປັບປຸງຮູບແບບ ແລະ
ເພື່ອໃຫ້ສອດຄ່ອງກັບການປະເມີນຜົນກັບມາດຕະຖານຄຸນນະພາບຂອງເອີຣົບ.
ມື້ທີ 4 – ການເຊື່ອມໂຍງຂອງແຕ່ລະສະຖາບັນ
ແລະ ການພັດທະນາເຄື່ອງມື
ຄູ່ຮ່ວມງານໄດ້ເຮັດວຽກກ່ຽວກັບຊຸດເຄື່ອງມືໃບຢັ້ງຢືນຈຸນລະພາກ, ໄດ້ປຶກສາຫາລືກ່ຽວກັບຂໍ້ກຳນົດການຮັບຮອງແຫ່ງຊາດ
ແລະ ສຳຫຼວດທິດທາງສຳລັບການເຊື່ອມໂຍງຂອງແຕ່ລະສະຖາບັນ.
ມີຄວາມມຸ່ງໝັ້ນຮ່ວມກັນໃນການພັດທະນາຫຼັກສູດໃບຢັ້ງຢືນຈຸນລະພາກທີ່ສົມບູນໃນ 06 ຫຼັກສູດ.
ມື້ທີ 5 – ກອງປະຊຸມໂຄງການປະຈຳປີຄັ້ງທຳອິດ
(WP1–WP5)
ຄູ່ຮ່ວມງານທັງໝົດຂອງໂຄງການໄດ້ທົບທວນຄືນໃນຂົງເຂດສຳຄັນຕ່າງໆເຊັ່ນ:
- ຄວາມຄືບໜ້າໂດຍລວມ, KPIs ແລະ ຜົນສຳເລັດຂອງວຽກງານ (WP1)
- ງົບປະມານ ແລະ ການຕິດຕັ້ງອຸປະກອນໃນບັນດາສະຖາບັນການສຶກສາທີ່ເປັນຄູ່ຮ່ວມມືໃນ
ສສ ຫວຽດນາມ ແລະ ສປປ ລາວ
- ກິດຈະກຳຝຶກອົບຮົມ ແລະ ຜົນໄດ້ຮັບ (WP2)
- ແຜນການພັດທະນາ ແລະ
ທົດລອງໃຊ້ໃບຢັ້ງຢືນຈຸລະພາກ (WP3)
- ກົນໄກການປຽບທຽບ ແລະ ການຮັບຮູ້ (WP4)
- ເຄື່ອງມືຮັບປະກັນຄຸນນະພາບ, ຄຳຕິຊົມຂອງຜູ້ປະເມີນຜົນ ແລະ
ການຄຸ້ມຄອງຄວາມສ່ຽງ (WP5)
ມື້ນີ້ໄດ້ສະໜອງພາບທີ່ຊັດເຈນຂອງຜົນສຳເລັດ
ແລະ ສິ່ງທ້າທາຍຂອງປີທີ 1.
ມື້ທີ 6 – ການເຜີຍແຜ່, ວິໃສທັດ ແລະ ການວາງແຜນສຳລັບປີທີ 2 (WP6)
ກອງປະຊຸມໄດ້ສຸມໃສ່ຜົນສຳເລັດຂອງການເຜີຍແຜ່, ຍຸດທະສາດການສື່ສານ, ການເຜີຍແຜ່ສື່ມວນຊົນ ແລະ
ການວາງແຜນຄວາມຍືນຍົງ. ກອງປະຊຸມໄດ້ສິ້ນສຸດລົງດ້ວຍ:
- ບົດຮຽນເນືຶ້ອໃນຫຼັກຈາກວຽກງານ 3–6
- ການວາງແຜນການ
- ຂໍ້ຕົກລົງກ່ຽວກັບບົດສະຫຼຸບ ແລະ ຈຸດປະຕິບັດ
- ການວາງແຜນສຳລັບກອງປະຊຸມໃນຄັ້ງຕໍ່ໄປ
ອາທິດແຫ່ງການຮ່ວມມືທີ່ເຂັ້ມແຂງ
ແລະ ຄຳໝັ້ນສັນຍາຮ່ວມກັນ
ຕະຫຼອດເວລາພາຍໃນ 06 ວັນທີ່ເຂັ້ມຂຸ້ນ, ກອງປະຊຸມ MICRO4ASIA ໄດ້ສະແດງໃຫ້ເຫັນເຖິງການເຮັດວຽກເປັນທີມທີ່ໂດດເດັ່ນ, ການແລກປ່ຽນຄວາມຮູ້ຢ່າງຫ້າວຫັນ ແລະ
ວິໄສທັດທີ່ເປັນເອກະພາບສຳລັບການພັດທະນາໃບຢັ້ງຢືນຈຸນລະພາກທົ່ວປະເທດ ຫວຽດນາມ ແລະ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກຊ່ຽວຊານຈາກສະຖາບັນຊັ້ນນຳຂອງເອີຣົບ.
#MICRO4ASIA #ErasmusPlus #ການສຶກສາຊັ້ນສູງ #ໃບຢັ້ງຢືນຈຸນລະພາກ #ການສ້າງຄວາມສາມາດ #ການຮ່ວມມືອາຊີເອີຣົບ #ການຮັບປະກັນຄຸນນະພາບ #ການຮັບຮູ້ #ນະວັດຕະກຳໃນການສຶກສາ #ກອງປະຊຸມໂຄງການ
MICRO4ASIA Dubrovnik Workshop – A Comprehensive 6-Day Overview
The 6-day MICRO4ASIA capacity-building
workshop
and the 1st Annual
Meeting in Dubrovnik has
successfully concluded, bringing together an active network of universities
from Vietnam, Laos, and Europe. Hosted by the University of Dubrovnik, the
workshop gathered representatives from:
Masaryk University (Czech Republic),
University of Dubrovnik (Croatia), University of Siena (Italy), Institute of
Higher Education – IHF (Belgium)
University of Economics Ho Chi Minh City
(UEH), Banking University Ho Chi Minh City (BUH), National Economics University
(NEU)
National University of Laos (NUOL), BIBOL
College, Champasak University
Day 1 – Orientation &
Context Setting
Partners shared institutional updates and
reflected on insights gained from the September and October review workshops.
The opening sessions aligned expectations, clarified goals, and set the
direction for the intensive working agenda ahead.
Day 2 – Thematic Parallel
Sessions
Participants joined discipline-based breakout
groups (such as Economics, Finance, and Technology) and worked closely with EU
mentors to refine:
- Course structures
- Pedagogical strategies
- Assessment models
These sessions helped strengthen academic
coherence and promote cross-institutional collaboration.
Day 3 – Micro-credential
Course Revision Clinic
Each institution presented and revised its
micro-credential course drafts with guidance from EU experts. Discussions
focused on enhancing learning outcomes, improving delivery formats, and
aligning assessment with European-quality standards.
Day 4 – Institutional
Integration & Toolkit Development
Partners worked on the Micro-credential
Toolkit, discussed national accreditation requirements, and explored pathways
for institutional integration. A shared commitment was made to develop six
complete micro-credential courses.
Day 5 – First Annual Project
Meeting (WP1–WP5)
All consortium partners reviewed key areas
including:
- Overall progress, KPIs, and deliverables
(WP1)
- Budget and equipment installations in
Vietnam and Laos
- Training activities and staff mobility
outcomes (WP2)
- Micro-credential development and piloting
plans (WP3)
- Benchmarking and recognition mechanisms
(WP4)
- Quality assurance tools, evaluator feedback,
and risk management (WP5)
This day provided a clear picture of Year 1
achievements and challenges.
Day 6 – Dissemination,
Visibility & Planning for Year 2 (WP6)
The final sessions focused on dissemination
achievements, communication strategies, media outreach, and sustainability
planning.
The workshop concluded with:
- Key takeaways from Work Packages 3–6
- Mobility planning
- Agreement on conclusions and action points
- Planning for the next consortium meeting
A Week of Strong Collaboration & Shared
Commitment
Across six intensive days, the MICRO4ASIA
consortium demonstrated outstanding teamwork, active knowledge exchange, and a
unified vision for advancing micro-credentials across Vietnam and Laos,
supported by expertise from leading European institutions.
#MICRO4ASIA #ErasmusPlus #HigherEducation #MicroCredentials #CapacityBuilding #AsiaEuropeCooperation #QualityAssurance #Recognition #InnovationInEducation #ProjectMeeting
Dissemination Reporting Tool: https://docs.google.com/spreadsheets/d/1cOniuWs2qArmrhjeKraUMtu-94l6xvmr/edit?gid=187361653#gid=187361653
ເພີ່ມຄວາມຄິດເຫັນໃໝ່