ໃນວັນຈັນ ວັນທີ 13 ຕຸລາ 2025 ສະຖາບັນການທະນາຄານ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການ MICRO4ASIA (ພາຍໃຕ້ໂຄງການ ERASMUS+) ໃຫ້ແກ່ ພະນັກງານ, ຄູ-ອາຈານ ທົ່ວ ສທຄ ໂດຍການເປັນປະທານ ຂອງ ທ່ານ ປອ ນ. ທອນມີ ແກ້ວກິນນາລີ ຜູ້ອໍານວຍການສະຖາບັນການທະນາຄານ.
ກອງປະຊຸມດັ່ງກ່າວ ໄດ້ເຜີຍແຜ່ຄວາມເປັນມາຂອງໂຄງການ ERASMUS+, ໂຄງການ MICRO4ASIA ທີ່ ສທຄ ກໍາລັງຈັດຕັ້ງປະຕິບັດ, ຄວາມຄືບໜ້າຂອງການຈັດຊື້ອຸປະກອນເຂົ້າ ສທຄ, ຜົນການເຂົ້າຮ່ວມ Workshop ຢູ່ ສ.ເຊັກ ໃນເດືອນ ກັນຍາ ທີ່ຜ່ານມາ, ປະໂຫຍດ, ສິ່ງທ້າທາຍ ແລະ ແຜນການໃນຕໍ່ໜ້າ ຂອງໂຄງການ.
ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ໃນຄັ້ງ ເພື່ອໃຫ້ ພະນັກງານ ຄູ-ອາຈານ ສທຄ ຮັບຮູ້-ເຂົ້າໃຈ ກ່ຽວກັບໂຄງການ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເປັນແນວທາງ ໃນການສະໝັກທຶນໂຄງການຕ່າງໆຂອງ ໂຄງການ ERASMUS+ ແລະ ຂອງສະຫະພາບເອີຣົບ ໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ເພື່ອໃຫ້ພະນັກງານ ຄູ-ອາຈານ ສາມາດຍາດແຍ່ງບັນດາທຶນຕ່າງໆ ມາພັດທະນາວຽກງານ ການຮຽນ-ການສອນ, ການຝຶກອົບຮົມ ແລະ ການເຮັດບົດຄົ້ນຄວ້າຂອງ ສທຄ ໃຫ້ກ້າວໜ້າເຂັ້ມແຂງຍິ່ງໆຂຶ້ນໄປ.
————————————————————————
On Monday, October 13, 2025, Banking Institute (BI) organized a conference to disseminate information about the MICRO4ASIA Project (under the ERASMUS+ Program) to its staff and lecturers. The event was chaired by Dr. Thonmy Keokinnaly, Director General of Banking Institute.
The conference covered several key topics, including the background of the ERASMUS+ Program, an overview of the MICRO4ASIA Project currently implemented by BI, the progress of equipment procurement, outcomes from the workshop held in the Czech Republic in September 2025, as well as the benefits, challenges, and future plans of the project.
The main purpose of the conference was to enhance staff and lecturers’ understanding of the project and to encourage knowledge sharing that could serve as guidance when applying for funding under ERASMUS+ and other European Union projects in the future. Additionally, the event aimed to motivate staff and lecturers to actively pursue various funding opportunities to further strengthen the Institute’s teaching, training, and research capacity.





ເພີ່ມຄວາມຄິດເຫັນໃໝ່