BI Banking Institute
ປະຫວັດຄວາມເປັນມາ
ສະຖາບັນການທະນາຄານ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 05 ມັງກອນ ປີ1979, ເຊິ່ງຕັ້ງຢູ່ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ຕັ້ງຢູ່ຫ່າງໄກຈາກທະນາຄານແຫ່ງ ສປປ ລາວ ປະມານ 10 ກິໂລແມັດ, ນໍາໃຊ້ເປັນສະຖານທີ່ກໍ່ສ້າງວິຊາການທະນາຄານ, ບຳລຸງຍົກລະດັບວິຊາສະເພາະໃຫ້ພະນັກງານທະນາຄານ ແລະ ບໍລິການ ເປີດກວ້າງແກ່ສັງຄົມ ເຊິ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງດັ່ງລາຍລະອຽດ ຕໍ່ໄປນີ້:
II. ຄະນະຮັບຜິດຊອບ ສທຄ ແຕ່ລະໄລຍະ
ຄະນະຮັບຜິດຊອບຂອງສະຖາບັນການທະນາຄານໄດ້ມີການ ປັບບຸງ, ຊັບຊ້ອນ, ປ່ຽນແທນ ໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ເຊີ່ງເຫັນໄດ້ວ່ານັບຕັ້ງແຕ່ມື້ສ້າງ ຕັ້ງມາຮອດປະຈຸບັນໄດ້ມີການຊັບປ່ຽນຄະນະຮັບຜິດຊອບຂອງໂຮງຮຽນມີທັງໝົດ 12 ຄັ້ງ ລາຍລະດຽດແຕ່ລະໄລຍະມີດັ່ງລຸ່ມນີ້:
ໄລຍະປີ 1979 – 1980
ທ່ານ ມະຫາປານ ເຄນສະບັບ ຜູ້ອຳນວຍການໂຮງຮຽນ
ທ່ານ ໄຟດາ ໄພເພັງຢົວ ຮອງອຳນວຍການໂຮງຮຽນ
ທ່ານ ບຸນທີ ວິມຸງຄຸນ ຄະນະອໍານວຍການ
ໄລຍະປີ 1981 - 1985
ທ່ານ ໄຟດາ ໄພເພັງຢົວ, ຜູ້ອຳນວຍການໂຮງຮຽນ
ທ່ານ ບຸນທີ ວິມຸງຄຸນ, ຮອງອຳນວຍການໂຮງຮຽນ
ຄະນະອໍານວຍການ ປະກອບດ້ວຍອາຈານສອນ 3 ທ່ານ ( ຈົບມາຈາກ ສສ ຫວຽດນາມ )
ທ່ານ ຈັນເພັງ
ທ່ານ ນາງ ອຸ່ນໃຈ
ທ່ານ ຄຳພອນ
ໄລຍະປີ 1986 - 1987 ບໍ່ມີການເຄື່ອນໄຫວດ້ານການຝຶກອົບຮົມ
(ບໍ່ມີອຳນວຍການ)
ທ່ານ ບຸນທີ ວິມຸງຄຸນ ເປັນຮອງອຳນວຍການໂຮງຮຽນ
ໄລຍະປີ 1987 - 1988
ທ່ານ ວຽງທອງ ແກ້ວມະນີສີ, ຜູ້ອຳນວຍການໂຮງຮຽນ
ທ່ານ ບຸນທີ ວິມຸງຄຸນ, ຮອງອຳນວຍການໂຮງຮຽນ
ໄລຍະ 1988 – 1993
ໃນໄລຍະນີ້ໂຮງຮຽນໄດ້ຢຸດການເຄື່ອນໄຫວດ້ານການຮຽນເປັນການຊົ່ວຄາວ, ໄດ້ຈົ່ງພະນັກງານຈຳນວນໜຶ່ງໄວ້ເພື່ອດູແລສູນຄວາມເປັນລະບຽບຮຽບຮ້ອຍ ຂອງໂຮງຮຽນ
ໄລຍະປີ 1993 – 1995
ທ່ານ ພອນແກ້ວ ແກ້ວວົງວີຈິດ, ຜູ້ອຳນວຍການໂຮງຮຽນ
ທ່ານ ຄຳເສີດ ມະໂຫລີ, ຮອງອຳນວຍການໂຮງຮຽນ
ໄລຍະປີ 1995 - 1997
ທ່ານ ຄຳເສີດ ມະໂຫລີ ຮັກສາການຜູ້ອຳນວຍການສູນຝຶກອົບຮົມປະກອບດ້ວຍອາຈານສອນ 3 ທ່ານ:
ທ່ານ ນາງ ດວງດີ ພິມວົງສາ
ທ່ານ ນາງ ກອງແກ້ວ ຄຳຕົ້ນ
ທ່ານ ຄຳຕຸ່ນ ຄຳວົງສາ
ໄລຍະປີ 1997 ຮອດວັນທີ 20 ກໍລະກົດ 1998
ທ່ານ ນາງ ດວງດີ ພິມວົງສາ ຮັກສາການແທນຜູ້ອຳນວຍການສູນຝຶກອົບຮົມ ທັງເປັນອາຈານສອນດ້ານການບັນຊີ
ທ່ານ ນາງ ກອງແກ້ວ ຄຳຕົ້ນ ເປັນຜູ້ຊ່ວຍວຽກ
ທ່ານ ຄຳຕຸ່ນ ຄຳວົງສາ ເປັນອາຈານສອນ
ໄລຍະແຕ່ເດືອນກໍລະກົດ ປີ 1998 ຮອດ ເດືອນມີນາ ປີ 2000
ທ່ານ ພູຫລວງ ອະນຸລັກຄຳ, ຜູ້ອຳນວຍການສູນຝຶກອົບຮົມ ທັງເປັນອາຈານສອນ
ທ່ານ ນາງ ດວງດີ ພິມວົງສາ, ຮອງອຳນວຍການ, ທັງເປັນອາຈານສອນ
ທ່ານ ຄຳຕຸ່ນ ຄຳວົງສາ ເປັນອາຈານສອນ
ໄລຍະແຕ່ເດືອນມີນາ ປີ 2000 ຮອດທ້າຍປີ 2001
ທ່ານ ນາງ ຄຳພາ ປານມະໄລທອງ, ວ່າການຜູ້ອຳນວຍການສູນຝຶກອົບຮົມ
ທ່ານ ນາງ ດວງດີ ພິມວົງສາ, ຮອງອຳນວຍການ, ທັງເປັນອາຈານສອນ
ທ່ານ ແສງຈັນ ສິງສະຫວ່າງ ເປັນອາຈານສອນ
ໄລຍະແຕ່ທ້າຍປີ 2001-2004
ທ່ານ ນາງ ຄຳພາ ປານມະໄລທອງ, ຜູ້ອຳນວຍການວິທະຍາໄລການທະນາຄານ
ທ່ານ ນາງ ດວງດີ ພິມວົງສາ ຮອງຜູ້ອຳນວຍການ,ຮັບຜິດຊອບວຽກງານຄຸ້ມຄອງ ນັກຮຽນ
ທ່ານ ແສງຈັນ ສິງສະຫວ່າງ, ຮອງຜູ້ອຳນວຍການ, ຮັບຜິດຊອບວຽກງານວິຊາການ
ມີອາສອນໃນວິຊາຕ່າງໆຈຳນວນ 15 ຄົນ (ລວມທັງຄະນະອຳນວຍການ 2 ທ່ານ)
ໄລຍະແຕ່ທ້າຍປີ 2005-2006
ທ່ານ ນາງ ຄໍາພາ ປານມະໄລທອງ, ຫົວໜ້າສະຖາບັນການທະນາຄານ
ທ່ານ ນາງ ດວງດີ ພິມວົງສາ, ຮອງຫົວໜ້າສະຖາບັນການທະນາຄານ, ຮັບຜິດຊອບວຽກງານຄຸ້ມຄອງນັກຮຽນ
ທ່ານ ສັນຕິ ພົນເມືອງລາວ, ຮອງຫົວໜ້າສະຖາບັນການທະນາຄານ, ຮັບຜິດຊອບວຽກງານວິຊາການ
ມີພະນັກງານ - ຄູອາຈານທັງໝົດ 27 ຄົນ (ປີ 2005)
ໄລຍະແຕ່ທ້າຍປີ 2007-2008
ທ່ານ ນາງ ຄຳພາ ປານມະໄລທອງ, ຫົວໜ້າສະຖາບັນການທະນາຄານ
ທ່ານ ນາງ ດວງດີ ພິມວົງສາ, ຮອງຫົວໜ້າສະຖາບັນການທະນາຄານ, ຮັບຜິດຊອບຊີ້ນຳວຽກ ງານບໍລິ ຫານ-ການເງິນ
ທ່ານ ພານທອງ ກອງວົງສາ, ຮອງຫົວໜ້າສະຖາບັນການທະນາຄານ, ຮັບຜິດ ຊອບຊີ້ນຳວຽກງານສູນຄົ້ນຄວ້າ ແລະ ພັດທະນາການສຶກສາ ແລະ ກິດຈະກຳ
ທ່ານ ດຣ ນ. ມີມົວ ຢົງມາມົວ, ຮອງຫົວໜ້າສະຖາບັນການທະນາຄານ, ຮັບຜິດຊອບຊີ້ ນຳວຽກງານວິຊາການ
ມີພະນັກງານຄູ-ອາຈານທັງໝົດ 57 ຄົນ
III. ການເຄື່ອນໄຫວດ້ານວິຊາການ
ໃນໄລຍະແຕ່ປີ 1979 - 2008 ການເຄື່ອນໄຫວຕົ້ນຕໍດ້ານວິຊາການຂອງສະຖາບັນການທະນາຄານແມ່ນບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະໃຫ້ແກ່ພະນັກງານໃນລະບົບ ແລະ ນອກລະບົບທະນາຄານ; ພ້ອມທັງນັກສຶກສາສາມັນໃນຂອບເຂດທົ່ວປະເທດ.
ຂ້າງລຸ່ມນີ້ແມ່ນສະຖິຕິການເຄື່ອນໄຫວດ້ານການຮຽນ - ການສອນຂອງສູນຝຶກອົບຮົມໃນແຕ່ລະໄລຍະ:
ສົກຮຽນ 1979 - 1980 ເປີດຊຸດຝຶກອົບຮົມໄດ້ 02 ຊຸດ, ມີຜູ້ເຂົ້າຮ່ວມຈຳນວນ 60 ຄົນ ( ຊຸດລະ 30 ຄົນ );
ສົກຮຽນ 1980 -1981 ເປີດຮຽນວິຊາການທະນາຄານຊັ້ນກາງແບບເລັ່ງລັດຈຳນວນ 01 ຊຸດ, ມີນັກຮຽນ 56 ຄົນ;
ສົກຮຽນ 1987 ເປີດຊຸດຝຶກອົບຮົມຈຳນວນ 1 ຊຸດມີຜູ້ເຂົ້າຮ່ວມຈຳນວນ 35 ຄົນ;
ສົກຮຽນ 1993 - 94 ເປີດຊຸດບຳລຸງ ໄດ້ 03 ຊຸດ, ມີຜູ້ເຂົ້າຮ່ວມ 145 ຄົນ;
ສົກຮຽນ 1994 - 95 ເປີດຊຸດບຳລຸງ ໄດ້ 02 ຊຸດ, ມີຜູ້ເຂົ້າຮ່ວມ 72 ຄົນ;
ສົກຮຽນ 1996 ເປີດຊຸດບຳລຸງ ໄດ້ 02 ຊຸດ, ມີຜູ້ເຂົ້າຮ່ວມ 68 ຄົນ;
ສົກຮຽນ 1997 ເປີດຊຸດບຳລຸງ ໄດ້ 04 ຊຸດ, ມີຜູ້ເຂົ້າຮ່ວມ 153 ຄົນ;
ສົກຮຽນ 1998 ເປີດຊຸດບຳລຸງ ໄດ້ 03 ຊຸດ, ມີຜູ້ເຂົ້າຮ່ວມ 95 ຄົນ ແລະເປີດຮຽນຊັ້ນຕົ້ນໄລຍະ 6 ເດືອນ ໄດ້ໜຶ່ງຊຸດ, ມີນັກຮຽນທັງໝົດ 36 ຄົນ;
ສົກຮຽນ 1999 ເປີດຊຸດບຳລຸງ ໄດ້ 02 ຊຸດ, ມີຜູ້ເຂົ້າຮ່ວມ 72 ຄົນ ແລະເປີດຮຽນຊັ້ນຕົ້ນໄລຍະ 6 ເດືອນ ໄດ້ໜຶ່ງຊຸດ, ມີນັກຮຽນທັງໝົດ 36 ຄົນ;
ສົກຮຽນ 2000 ເປີດຊຸດບຳລຸງ ໄດ້ 07 ຊຸດ, ມີຜູ້ເຂົ້າຮ່ວມ 201 ຄົນ; ຈັດສຳມະນາໄດ້ໜຶ່ງຊຸດ, ມີຜູ້ເຂົ້າຮ່ວມ 34 ຄົນ;
ສົກຮຽນ 2001 ເປີດຊຸດບຳລຸງ ໄດ້ 7 ຊຸດ, ມີຜູ້ເຂົ້າຮວ່ມ 291 ຄົນ. ໃນ ປີ 2001 ໄດ້ສຳເລັດການສ້າງຫລັກສູດການຮຽນວິທຊາການທະນາຄານຊັ້ນກາງ ແລະ ໄດ້ ຮັບການອະນຸມັດໃຫ້ຈັດຕັ້ງປະຕິບັດຈາກກະຊວງສຶກສາທິການໃນສົກ 2001 – 2002;
ສົກຮຽນ 2002 ເປີດຊຸດບຳລຸງໄດ້ 6 ຊຸດ, ມີຜູ້ເຂົ້າຮວ່ມ 269 ຄົນ. ໃນວັນທີ່ 7 ມັງກອນ ປີ 2002 ໄດ້ເລີ່ມເປີດຮຽນວິຊາທະນາຄານຊັ້ນກາງລຸ້ນທຳອິດ ຢ່າງເປັນທາງການ, ມີນັກຮຽນເຂົ້າຮຽນທັງໝົດ 127 ຄົນ (ຍິງ 47 ຄົນ), ໃນນັ້ນພະນັກງານຈາກທະນາຄານຕ່າງໆ 77 ຄົນ, ນັກຮຽນຈົບ ມ ປາຍ 50 ຄົນ; ເສັງຈົບ 124 ຄົນ;
ສົກຮຽນ 2003 - 2004 ເປີດຮັບນັກຮຽນເຂົ້າຮຽນຊັ້ນກາງ 436 ຄົນ (ຍິງ 257 ຄົນ), ໃນນັ້ນພະນັກງານ 28 ຄົນ ແລະ ນັກຮຽນຈົບ ມ ປາຍ 408 ຄົນ. ມີນັກຮຽນເສັງຈົບ 350 ຄົນ (ພະນັກງານຄົບ 28 ຄົນ). ຮັບນັກຮຽນເຂົ້າຮຽນຊັ້ນກາງລຸ້ນທີ່ 3 ຈຳນວນ 200 ຄົນ (ຍິງ 77 ຄົນ), ພະນັກງານ 75 ຄົນ (ຍິງ 15 ຄົນ);
ສົກຮຽນ 2004 - 2005 ເປີດຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນທຳອິດ ຈຳນວນ 502 ຄົນ (ຍິງ 202 ຄົນ), ພະນັກງານ 156 ຄົນ (ຍິງ 59 ຄົນ); ຮັບນັກຮຽນເຂົ້າຮຽນຊັ້ນກາງລຸ້ນທີ່ 4 ຈຳນວນ 95 ຄົນ (ຍິງ 50 ຄົນ);
ສົກຮຽນ 2005 - 2006 ຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນ 2 ທັງໝົດ 341 ຄົນ;
ສົກຮຽນ 2006 - 2007 ຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນ 3 ທັງໝົດ 294 ຄົນ;
ສົກຮຽນ 2007 - 2008 ຮັບນັກຮຽນເຂົ້າຮຽນຊັ້ນສູງລຸ້ນ 4 ທັງໝົດ 901 ຄົນ;
ສະຫລຸບລວມແລ້ວ, ໃນ 29 ປີທີ່ຜ່ານມາ (ນັບແຕ່ເປັນສູນຝຶກເຖິງປະຈຸບັນ) ສາມາດຍົກລະດັບ ແລະ ກໍ່ສ້າງພະນັກງານແລະນັກສຶກສາຈຳນວນທັງໝົດ 4.183 ຄົນ.