bankinginstitute@bibol.edu.la

(+856-21) 770 916

ຝຶກອົບຮົມ ຫົວຂໍ້ “ ເທັກນິກການສ້າງແຮງບັນດານໃຈໃຫ້ລູກນ້ອງໃນເວລາເຮັດວຽກ ”

   ສະຖາບັນການທະນາຄານໄດ້ສໍາ​ເລັດ​ການຈັດຝຶກອົບຮົມ ຫົວຂໍ້  “ ​ເທັກ​ນິກການ​ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ລູກ​ນ້ອງ​ໃນ​ເວລາ​ເຮັດ​ວຽກ ” ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາຄານທຸລະກິດ, ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູ ອາຈານ ສທຄ ໃນວັນທີ 12-14 ກັນຍາ 2018 ບັນຍາຍໂດຍ ທ່ານ ດຣ ນາຣາ ກິດ​ຕິ​ເມ​ທິກຸນ ຜູ້ທີ່ມີຄວາມຮູ້ ແລະປະສົບການດ້ານການຝຶກສອນ ແລະມີຜູ້ເຂົ້າຮ່ວມທັງໝົດ 21 ຄົນ ຍິງ 07 ຄົນ.  ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ທາງດ້ານທິດສະດີ, ຫຼັກການ  ແລະແນວທາງໃນການບໍລິຫານຈັດການອົງກອນສະໄໝໃໝ່ ເພື່ອນຳໄປພັດທະນາທັກສະໃນການເຮັດວຽກດ້ານຕ່າງໆໃຫ້ພະນັກງານວິຊາການໃນອົງກອນໃຫ້ສູງຂຶ້ນ, ສາມາດເປັນຫົວໜ້າທີ່ມີການພັດທະນາທີ່ດີ ແລະມີການໃຊ້ພາວະການເປັນຜູ້ນຳໄດ້ຢ່າງເໝາະສົມ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ