bankinginstitute@bibol.edu.la

(+856-21) 770 916

ຜົນສໍາເລັດການຝຶກອົບຮົມ ຫົວຂໍ້: “ Executive Coaching and Mentoring ”

    ສະຖາບັນການທະນາຄານໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້  “ Executive Coaching and Mentoring ” ໃຫ້ແກ່ພະນັກງານທີ່ມາຈາກບັນດາທະນາຄານທຸລະກິດ, ບັນດາລັດວິສະຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະພະນັກງານຄູ ອາຈານ ສທຄ ໃນວັນທີ 18-19 ກັນຍາ 2017 ບັນຍາຍໂດຍ ທ່ານ ອາຈານ ສົມເດັດ ເຈດຕຸພົນ ຜູ້ທີ່ມີຄວາມຮູ້ ແລະປະສົບການດ້ານການຝຶກສອນ ລວມເຖິງການໃຫ້ຄຳປຶກສາ (Coaching and Mentoring) ແລະມີຜູ້ເຂົ້າຮ່ວມທັງໝົດ 16 ຄົນ ຍິງ 07 ຄົນ.  ການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້ທາງດ້ານທິດສະດີ, ຫຼັກການ  ແລະແນວທາງໃນການບໍລິຫານຈັດການອົງກອນສະໄໝໃໝ່ ເພື່ອນຳໄປພັດທະນາທັກສະໃນການເຮັດວຽກດ້ານຕ່າງໆໃຫ້ພະນັກງານວິຊາການໃນອົງກອນໃຫ້ສູງຂຶ້ນ, ສາມາດເປັນຫົວໜ້າທີ່ມີການພັດທະນາທີ່ດີ ແລະມີການໃຊ້ພາວະການເປັນຜູ້ນຳໄດ້ຢ່າງເໝາະສົມ.  ນອກຈາກການຮັບຟັງບັນຍາຍແລະ ແລກປ່ຽນບົດຮຽນນຳນັກວິທະຍາກອນແລ້ວ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ  ແລະກັນດ້ວຍບັນຍາກາດທີ່ຟົດຟື້ນ   ແລະໜ້າປະທັບໃຈ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ