ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ (ສຄອ) ຮ່ວມກັບ ສະຖາບັນ ການທະນາຄານ (ສທຄ) ໄດ້ຈັດກອງປະຊຸມກ່ຽວກັບ ການນຳສະເໜີ ຜົນສຳເລັດເບື້ອງຕົ້ນຂອງການສ້າງປຶ້ມແບບເອເລັກໂຕຼນິກ ຫຼື E-book ແລະ ເຜີຍແຜ່ວິທີການນຳໃຊ້ໃຫ້ແກ່ພະນັກງານ ພາຍໃນສະຖາບັນ ການທະນາຄານ ໃນວັນທີ 28 ທັນວາ 2017 ທີ່ຫ້ອງປະຊຸມຊັ້ນ 3 ຂອງສະຖາບັນ ການທະນາຄານ; ໂດຍການເປັນປະທານຂອງ ທ່ານ ນາງ ບຸນຖະໜອມ ອຸດທະຈັກ; ຫົວໜ້າ ສູນຫໍສະໝຸດ (ສທຄ).
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ຄວາມຮູ້ແກ່ນັກສຶກສາ, ພະນັກງານ ແລະ ຄູອາຈານພາຍໃນສະຖາບັນ ການທະນາຄານ ໄດ້ເຂົ້າໃຈກ່ຽວກັບ ການນຳສະເໜີ ຜົນສຳເລັດເບື້ອງຕົ້ນຂອງການສ້າງປຶ້ມແບບເອເລັກໂຕຼນິກ ຫຼື E-book ແລະ ການເຜີຍແຜ່ວິທີການນຳໃຊ້ເພື່ອສະດວກໃນການອ່ານໜັງສື ແລະ ການເຂົ້າຫາຂໍ້ມູນຂ່າວສານຕ່າງໆ.
ໂອກາດນີ້, ທ່ານ ພອນປະເສີດ ສຸລິນທອນ; ຮັກສາການຫົວໜ້າສູນ ບໍລິການ ແລະ ຖ່າຍທອດ (ສຄອ), ໄດ້ຂື້ນກ່າວນຳສະເໜີ ຜົນສຳເລັດເບື້ອງຕົ້ນຂອງການສ້າງປຶ້ມແບບເອເລັກໂຕຼນິກ ຫຼື E-book ແລະ ເຜີຍແຜ່ວິທີການນຳໃຊ້ໃຫ້ແກ່ພະນັກງານ ພາຍໃນສະຖາບັນ ການທະນາຄານ; ຊຶ່ງໃນເບື້ອງຕົ້ນ ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ ໄດ້ນຳເອົາບົດໂຄງການຈົບຊັ້ນຂອງນັກສຶກສາ ທີ່ຝ່າຍສະຖາບັນ ການທະນາຄານ ສົ່ງໃຫ້ມາສ້າງເປັນປຶ້ມແບບເອເລັກໂຕຼນິກ ຫຼື E-book ສຳເລັດແລ້ວ ຈຳນວນ 30 ຫົວ ແລະ ຈະທົດລອງນຳໃຊ້ພາຍໃນສະຖາບັນ ການທະນາຄານແບບ offline ກ່ອນ; ພ້ອມດຽວກັນນັ້ນ ຍັງໄດ້ນຳສະເໜີ ວຽກງານການຄົ້ນຄ້ວາຂອງ “ໂຄງການສ້າງປື້ມແບບເອເລັກໂຕຼນິກ ຫຼື e-book” ແມ່ນເປັນວຽກງານໜຶ່ງທີ່ສຳຄັນ ໃນການເຜີຍແຜ່, ສົ່ງເສີມໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ນັກຮຽນຮູ້ປັນຍາຊົນ ໄດ້ເຂົ້າເຖິງຢ່າງສະດວກສະບາຍໃນການອ່ານໜັງສື ແລະ ຄວາມສາມາດທີ່ຈະສະແດງຜົນດ້ວຍພາບ, ຂໍ້ຄວາມສຽງ, ມີພາບເຄື່ອນໄຫວໄດ້ ແລະ ການເຊື່ອມໂຍງກັບຂໍ້ຄວາມຕ່າງໆ ພາຍໃນຕົວຫນັງສື ຫລື ພາຍນອກເວັບໄຊອື່ນໆ ຈາກອິນເຕີເນັດ ເຮັດໃຫ້ສາມາດໄດ້ຮັບຂ່າວສານທີ່ວ່ອງໄວ ແລະ ຖືກຕ້ອງຫຼາຍຂຶ້ນ.
ໃນພິທີດັ່ງກ່າວ ບັນດາແຂກທີ່ກ່ຽວຂ້ອງທັງສອງຝ່າຍ ກໍ່ໄດ້ຂື້ນໂອ້ລົມຕັ້ງຄຳຖາມ-ຕອບ ແລະ ປະກອບຄຳຄິດເຫັນໃນການນຳສະເໜີຄັ້ງນີ້ (ຊື່ງມີຈຳນວນທັງໜົດ 29 ທ່ານເຂົ້າຮ່ວມ) ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານ ພອນປະເສີດ ສຸລິນທອນ; ຮັກສາການຫົວໜ້າສູນ ບໍລິການ ແລະ ຖ່າຍທອດ (ສຄອ) ແລະ ນາງ ບຸນຖະໜອມ ອຸດທະຈັກ; ຫົວໜ້າ ສູນຫໍສະໝຸດ ກໍ່ໄດ້ຖືໂອກາດມອບຂອງຂັວນເປັນທີ່ລະລືກໃຫ້ເຊິ່ງກັນ ແລະ ກັນ; ໃນໂອກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່; ກ່າວປິດພິທີຢ່າງເປັນທາງການ.