bankinginstitute@bibol.edu.la

(+856-21) 770 916

ສທຄ ແລະ ຄະນະກະເສດສາດ (ມຊ) ແລກປ່ຽນຖອດຖອນບົດຮຽນສະຫະກອນສິນເຊື່ອ


ສທຄ ແລະ ຄະນະກະເສດສາດ (ມຊ) ແລກປ່ຽນຖອດຖອນບົດຮຽນສະຫະກອນສິນເຊື່ອ
ໃນວັນທີ 16 ມິຖຸນາ 2023 ທີ່ສະຖາບັນການທະນາຄານ ໄດ້ມີການເປີດກອງປະຊຸມເພື່ອແລກປ່ຽນຖອດຖອນບົດຮຽນຮ່ວມກັນລະຫວ່າງ ສທຄ ແລະ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ, ເປັນກຽດຄະນະປະທານຮ່ວມ ຕາງໜ້າຄະນະ ສທຄ ແລະ ນຳພາໂດຍ ທ່ານ ປອ. ນາງ ທອນມີ ແກ້ວກິນນາລີ ຮອງຜູ້ອຳນວຍການ ສທຄ ແລະ ຕາງໜ້າຄະນະກະເສດສາດ ຊຶ່ງແມ່ນ ທ່ານ ອາຈານ ສ່ຽນ ພົມມະລືຊາ ຮອງຫົວໜ້າພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ, ພ້ອມດ້ວຍຄະນະນຳ ສທຄ ແລະ ຄະນະກະເສດສາດ, ກົມຄຸ້ມຄອງສະຖາບັນການເງິນ (BOL), ໂຄງການ DGRV, ສະມາຄົມສະຫະກອນ (LASCU), ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ສະຫະພັນສະຫະກອນລາວ, ຄະນະຄູ-ອາຈານ ແລະ ນັກສຶກສາທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນລົງເລິກການແລກປ່ຽນ ຖອດຖອນບົດຮຽນໃນດ້ານວິຊາການ ໃນດ້ານວຽກງານສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຕາມເນື້ອໃນຫລັກສູດການຮຽນການສອນໃນລະດັບປະລິນຍາຕີ ສາຂາການເງິນຈຸລະພາກ ຂອງ ສທຄ, ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຍົກໃຫ້ເຫັນເນື້ອໃນໃຈຄວາມບົດຮຽນຂອງສະຫະກອນສິນເຊື່ອ ເຊັ່ນ: ປະຫວັດຄວາມເປັນມາຂອງສະຫະກອນ, ຄວາມສຳຄັນ, ປະເພດ ແລະ ຂະບວນການດຳເນີນງານຂອງສະຫະກອນ, ບັນດານິຕິກຳການຄຸ້ມຄອງສະຫະກອນໃນປັດຈຸບັນ, ແນວທາງນະໂຍບາຍຕໍ່ກັບວຽກງານສະຫະກອນສິນເຊື່ອ ແລະ ບັນດາດ້ານໂອກາດ ແລະ ສິ່ງທ້າທາຍສຳລັບວຽກງານການບໍລິຫານສະຫະກອນສິນເຊື່ອ ເປັນຕົ້ນ.
ນອກນັ້ນ ການຖອດຖອນແລກປ່ຽນບົດຮຽນດັ່ງກ່າວ ຍັງໄດ້ເປັນຂີດໝາຍສຳຄັນ ກໍຄືໂອກາດໃນການຮ່ວມມືດ້ານວິຊາການສະຫະກອນສິນເຊື່ອ, ການຝຶກອົບຮົມ-ສຳມະນາໃນຫົວຂໍ້ຕ່າງໆ ທີ່ຈຳເປັນ ແລະ ກ່ຽວຂ້ອງຮ່ວມກັນ ເພື່ອເຮັດແນວໃດໃຫ້ການພັດທະນາຊັບພະຍາກອນມະນຸດ ສາມາດຜັນຂະຫຍາຍເນື້ອໃນຈິດໃຈຂອງຄະນະນຳ ແລະ ເນື້ອໃນຫລັກສູດ ບົດຮຽນຂອງທັງສອງຝ່າຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ທັນສະໄໝຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານສະຫະກອນສິນເຊື່ອ ເປັນແຕ່ລະໄລຍະ.
ໂດຍ: ຄະນະຮັບຜິດຊອບ

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ