ຮູບພາບຂອງ: ແຈ້ງການຮັບໄອທີອາສາສະມັກນັກສຶກສາ ລຸ້ນ 24 ແລະ 25
ຮູບພາບຂອງ: ແຈ້ງການຮັບໄອທີອາສາສະມັກນັກສຶກສາ ລຸ້ນ 24 ແລະ 25
ແຈ້ງການ 07 May 2026

ເຜີຍແຜ່ຫຼັກສູດຝຶກອົບຮົມ ຫົວຂໍ້: ຫຼັກສູດການບໍລິຫານສະຫະກອນສິນເຊື່ອໄລຍະສັ້ນ ທີ່ມະຫາວິທະຍາໄລສຸພານຸວົງ

ແຈ້ງການເຖິງນັກສຶກສາ ລຸ້ນ 24 ແລະ 25 ທີ່ຕ້ອງການເປັນອາສາສະມັກໄອທີ

ພະເເນກຝຶກ​ອົບຮົມ, ຄົ້ນຄວ້າ​ວິທະຍາສາດ   ແລະ ຂໍ້ມູນຂ່າວສານ ຂໍແຈ້ງມາຍັງນັກສຶກສາພາຍໃນສະຖາບັນການທະນາຄານ ສົກສຶກສາ 2025 – 2026 ທີ່ມີຄວາມສົນໃຈຢາກເຂົ້າເປັນທີມໄອທີອາສາ ຢູ່ສະຖາບັນການທະນາຄານ, ຈຸດປະສົງເພື່ອຊ່ວຍວຽກປິ່ນອ້ອມພາຍໃນພະແນກເປັນຕົ້ນແມ່ນ: ວຽກເອກສານ(ການຮ່າງເອກະສານທາງລັດຖະການ), ວຽກເຕັກນິກທາງດ້ານຄອມພິວເຕີ, (Hardware ປະກອບຄອມພິວເຕີ ຫຼື ຕິດຕັ້ງຄອມພິວເຕີ, ຕິດຕັ້ງເຄື່ອງພິມເອກະານ & Software: ຕິດຕັ້ງວິນໂດ, ຕິດຕັ້ງໂປຼແກຣມທີ່ມີຄວາມຈໍາເປັນໃນການໃຊ້ງານພາຍໃນຫ້ອງການ ແລະ ການສິດສອນ), ການແກ້ໄຂບັນຫາ lcd ແລະ ຕິດຕັ້ງເຄື່ອງພິມເອກະສານຜ່ານສາຍ USB ແລະ ສາຍ Lan. ຖ້ານ້ອງນັກສຶກສາໃດສົນໃຈສາມາດປະກອບຂໍ້ມູນເບື້ອງຕົ້ນຜ່ານ link google form ຕາມ QR ແລະ ເບີໂທ Whatapp 020 55572580 ດ້ານລຸ່ມນີ້ໄດ້.

ແບ່ງປັນຂ່າວສານນີ້

ກັບຄືນໜ້າຂ່າວ